
ວັກຊີນປ້ອງກັນໂຄວິດ-19
ຄຳຖາມທີ່ມັກຖາມເລື້ອຍໆ (FAQ)
ປັບປຸງເມື່ອ 7/19/2021
ໄວຣັດ ຈະແຜ່ພັນໂດຍການລອກແບບຕົວເອງ. ແຕ່ລະຕົວທີ່ລອກແບບອອກມາ ຈະແຕກຕ່າງຈາກໄວຣັດຕົວເດີມ ແລະ ເອີ້ນວ່າ: ການກາຍພັນ. ສຳລັບ “ສາຍພັນເດວຕ້າ” ແມ່ນການກາຍພັນຂອງເຊື້ອໄວຣັດທີ່ກໍ່ໃຫ້ເກີດພະຍາດໂຄວິດ-19. ສາຍພັນນີ້ແມ່ນຕິດຕໍ່ໄດ້ງ່າຍກ່ວາໄວຣັດລຸ່ນອື່ນໆ. ນອັກຈາກນັ້ນ ມັນຍັງອາດຈະເຮັດໃຫ້ເຈັບປ່ວຍຮຸນແຮງຂຶ້ນຕື່ມອີກ.
ຜູ້ທີ່ບໍ່ໄດ້ສັກວັກຊີນ ແມ່ນມີຄວາມສ່ຽງຫຼາຍກວ່າໃນການຕິດພະຍາດໂຄວິດ-19.
ອາດຈະ. ຜູ້ຊ່ຽວຊານຫຼາຍທ່ານເຊື່ອວ່າວັກຊີນປ້ອງກັນໂຄວິດ-19 ຈະປ້ອງກັນໄວຣັສສາຍພັນໃໝ່ບາງຊະນິດໄດ້. ແຕ່ກໍ່ມີຄວາມເປັນໄປໄດ້ເຊັ່ນກັນວ່າວັກຊີນຈະມີປະສິດທິພາບໜ້ອຍລົງໃນການຕໍ່ຕ້ານໄວຣັສສາຍພັນໃໝ່ບາງຊະນິດ. ວັກຊີນບາງຊະນິດໃຊ້ໄດ້ຜົນເປັນເວລາດົນນານເຊັ່ນ: ວັກຊີນປ້ອງກັນພະຍາດໝາກສຸກ. ວັກຊີນບາງຊະນິດໃຊ້ໄດ້ ຜົນເປັນເວລາສັ້ນໆ ແລະ ຈຳເປັນຕ້ອງໄດ້ຮັບການປັບປຸງເຊັ່ນ: ວັກຊີນປ້ອງກັນໄຂ້ຫວັດໃຫຍ່. ມັນໄວເກີນໄປທີ່ຈະ ສາມາດຮູ້ໄດ້ໃນກໍລະນີຂອງໂຄວິດ-19.
ມັນຍັງເປັນສິ່ງສຳຄັນຫຼາຍທີ່ຈະສັກວັກຊີນໃນປະຈຸບັນ ເພາະຍັງມີການແຜ່ລະບາດຢູ່. ຍິ່ງມີຜູ້ສັກວັກຊີນຫຼາຍເທົ່າໃດ ພວກເຮົາກໍຈະສາມາດຄວບຄຸມການລະບາດໄດ້ໄວຫຼາຍຂຶ້ນເທົ່ານັ້ນ.
ວັກຊີນຈະຊ່ວຍປ້ອງກັນຕົວທ່ານຈາກການຕິດເຊື້ອໂຄວິດ-19. ນອກນັ້ນ ຍັງຊ່ວຍໃຫ້ເຮົາຢຸດການແຜ່ລະບາດໄດ້
ໄວຂຶ້ນ.
ໂຄວິດ-19 ແມ່ນພະຍາດຕິດຕໍ່ທີ່ຮ້າຍແຮງ. ມັນເຮັດໃຫ້ຊາວອາເມລິກາເສຍຊີວິດປະມານ 350.000 ຄົນໃນປີ 2020. ເມື່ອປຽບທຽບກັນ, ໄຂ້ຫວັດໃຫຍ່ຕາມລະດູການເຮັດໃຫ້ຊາວອາເມລິກາເສຍຊີວິດ 34.000 ຄົນໃນປີ 2019. ຖ້າທ່ານໄດ້ຮັບການສັກວັກຊີນ, ມັນຈະຊ່ວຍໃຫ້ຕົວທ່ານ ແລະ ຜູ້ອື່ນປອດໄພຈາກການຕິດເຊື້ອໂຄວິດ-19.
ວັກຊີນຈະເຮັດໃຫ້ຮ່າງກາຍຂອງທ່ານຈື່ຈຳໄວຣັສທີ່ເປັນສາເຫດຂອງພະຍາດ ໂຄວິດ-19. ເມື່ອຮ່າງກາຍຂອງທ່ານຮູ້ວ່າ ໄວຣັສມີລັກສະນະແນວໃດ ລະບົບປ້ອງກັນຮ່າງກາຍຂອງທ່ານກໍ່ຈະຕໍ່ສູ້ກັບໄວຣັສໄດ້.
ຮ່າງກາຍຂອງທ່ານຈະສ້າງພູມຕ້ານທານເເພື່ອຕໍ່ສູ້ກັບໄວຣັສທີ່ເປັນອັນຕະລາຍທີ່ເຂົ້າສູ່ຮ່າງກາຍຂອງທ່ານ. ເຖິງຢ່າງໃດ
ກໍຕາມ, ສານພູມຕ້ານທານດັ່ງກ່າວຈຳເປັນຕ້ອງຮູ້ວ່າຈະຕ້ອງຕໍ່ສູ້ກັບໄວຣັສຊະນິດໃດ. ໄວຣັສຕົວໃໝ່ສາມາດເຂົ້າສູ່
ຮ່າງກາຍຂອງທ່ານໄດ້ໂດຍທີ່ສານພູມຕ້ານທານບໍ່ໄດ້ຮັບຮູ້. ຖ້າເກີດເຫດການນີ້ ໄວຣັສສາມາດທຳຮ້າຍຮ່າງກາຍຂອງທ່ານກ່ອນທີ່ສານພູມຕ້ານທານຈະຕໍ່ສູ້ກັບໄດ້. ວັກຊີນຈະຝຶກຮ່າງກາຍຂອງທ່ານໃຫ້ຮັບຮູ້ໄວຣັສທີ່ເປັນອັນຕະລາຍ
ໄດ້ຢ່າງວ່ອງໄວ ແລະ ສ້າງພູມຄຸ້ມກັນເພື່ອຕໍ່ສູ້ກັບມັນ. ບໍ່ມີວັກຊີນໃດທີ່ມີໄວຣັສທີ່ມີຊີວິດຢູ່ ດັ່ງນັ້ນທ່ານບໍ່ຕ້ອງວິຕົກ
ກັງວົນວ່າຈະຕິດເຊື້ອໂຄວິດ-19.
ພວກເຮົາຂໍແນະນຳໃຫ້ທຸກຄົນທີ່ມີສິດໄດ້ຮັບວັກຊີນ. ໃຜກໍຕາມທີ່ມີອາຍຸ 12 ປີ ຫຼື ສູງກວ່ານັ້ນສາມາດຮັບວັກຊີນໄດ້ໃນສະຫະລັດອາເມຣິກາ. ກວດເບິ່ງເປັນປະຈຳກັບໜ່ວຍງານສາທາລະນະສຸກໃນພື້ນທີ່ຂອງທ່ານ ຫຼື ສູນຄວບຄຸມ ແລະ
ປ້ອງກັນໂລກ (Centers for Disease Control and Prevention : CDC) ເພື່ອຮັບຂໍ້ມູນອັບເດດຫຼ້າສຸດ.
ເຖິງຢ່າງໃດກໍຕາມ, ທ່ານຄວນສອບຖາມທ່ານໝໍກ່ອນຖ້າທ່ານກຳລັງຖືພາ ແລະ ບໍ່ຄວນສັກວັກຊີນຖ້າທ່ານເຄີຍມີ
ອາການແພ້ສ່ວນປະສົມໃນວັກຊີນຢ່າງຮຸນແຮງ. ສອບຖາມທ່ານໝໍກ່ອນຖ້າທ່ານເຄີຍມີປະຫວັດອາການແພ້ ຫຼື
ມີຄຳຖາມ.
ມີ. ສຳນັກງານຄະນະກຳມະການຄຸ້ມຄອງອາຫານ ແລະ ຢາຂອງສະຫະລັດອາເມລິກາ (FDA) ຈະອະນຸມັດວັກຊີນ
ຫຼັງຈາກເຫັນວ່າມີຄວາມປອດໄພ ແລະ ມີປະສິດທິພາບເທົ່ານັ້ນ. ເພື່ອໃຫ້ວັກຊີນໄດ້ຮັບການອະນຸມັດ ນັກວິທະຍາສາດຈະເຮັດການທົດສອບວັກຊີນໃໝ່ແຕ່ລະຕົວກັບຄົນຈຳນວນຫຼາຍເພື່ອຮັບປະກັນວ່າມີຄວາມປອດໄພ ແລະ ມີປະສິດ
ທິພາບ.
ມີຊາວອາເມລິກາຫຼາຍກວ່າ 40.000 ຄົນ ເຂົ້າຮັບການທົດລອງວັກຊີນ Pfizer, 30.000 ຄົນເຂົ້າຮັບການທົດລອງວັກຊີນ Moderna ແລະ 39,000 ຄົນເຂົ້າຮັບການທົດລອງວັກຊີນ Johnson & Johnson’s Janssen ຜົນການທົດລອງເຫຼົ່ານີ້ສະແດງໃຫ້ເຫັນວ່າວັກຊີນມີຄວາມປອດໄພ ແລະ ມີປະສິດທິພາບ. ດ້ວຍເຫດນີ້, ສຳນັກງານຄະນະກຳມະການຄຸ້ມຄອງອາຫານ ແລະ ຢາຂອງສະຫະລັດອາເມລິກາ (FDA) ຈຶ່ງໄດ້ອະນຸມັດວັກຊີນທີ່ຜະລິດໂດຍ Pfizer, Moderna ແລະ Johnson & Johnson ເພື່ອໃຊ້ໃນກໍລະນີສຸກເສີນ. ກຳລັງມີການພິຈາລະນາວັກຊີນເພີ່ມເຕີມເພື່ອຂໍອະນຸມັດ ແລະ ອາດມີການນຳໃຊ້ໃນອະນາຄົດ.
ຈະມີການທົດລອງວັກຊີນໃໝ່ແຕ່ລະຊະນິດເພື່ອໃຫ້ມີຄວາມປອດໄພ ແລະ ມີປະສິດທິພາບ. ນີ້ຄືເລື່ອງຈິງສຳລັບ
ໂຄງການ ປະຕິບັດການເລັ່ງດ່ວນ (Operation Warp Speed) ເຊິ່ງເລັ່ງເຮັດການທົດລອງວັກຊີນ. ເຖິງແມ່ນວ່າ ການທົດລອງຈະໄວຂຶ້ນ ແຕ່ວັກຊີນກໍຕ້ອງຜ່ານຂັ້ນຕອນການທົດລອງທີ່ເປັນປົກກະຕິທັງໝົດເພື່ອຮັບປະກັນວ່າມີຄວາມ
ປອດໄພ.
ມີການທົດລອງວັກຊີນຜ່ານສາມຂັ້ນຕອນຫຼັກ (ຂັ້ນຕອນທີ 1, ຂັ້ນຕອນທີ 2, ຂັ້ນຕອນທີ 3 ການທົດລອງທາງ
ຄລີນິກ). ໃນຂັ້ນຕອນທີ 1 ທ່ານໝໍຈະສີດວັກຊີນໃຫ້ອາສາສະໝັກ. ງານວິໄຈນີ້ຈະໃຫ້ຂໍ້ມູນກ່ຽວກັບປະລິມານວັກຊີນທີ່ຕ້ອງສີດ ແລະ ແນວຄິດເບື້ອງຕົ້ນກ່ຽວກັບຄວາມປອດໄພຂອງວັກຊີນ. ມີຄົນຈຳນວນໜ້ອຍດຽວເທົ່ານັ້ນທີ່ສັກ
ວັກຊີນໃນຂັ້ນຕອນທີ 1 ເພາະວ່າເປັນວັກຊີນໃໝ່. ຖ້າວັກຊີນມີຄວາມປອດໄພ ກໍຈະເຮັດການທົດລອງເພີ່ມເຕີມ
ໃນຂັ້ນຕອນທີ 2.
ໃນຂັ້ນຕອນທີ 2, ຈະເຮັດການທົດລອງວັກຊີນ ເພື່ອກວດສອບເບິ່ງວ່າມັນໄດ້ຮັບຜົນດີປານໃດ ແລະ ເພື່ອຄົ້ນຫາຜົນຂ້າງຄຽງ. ຖ້າວັກຊີນມີຄວາມປອດໄພ ແລະ ມີປະສິດທິພາບດີ ກໍ່ຈະມີການສຶກສາຢ່າງລະອຽດໃນຂັ້ນຕອນທີ 3.
ໃນຂັ້ນຕອນທີ 3, ຈະມີການສັກວັກຊີນໃຫ້ກັບຄົນຫຼາຍກວ່າ 30.000 ຄົນ ເພື່ອໃຫ້ໄດ້ຂໍ້ມູນລາຍລະອຽດເພີ່ມເຕີມກ່ຽວກັບປະສິດທິພາບ ແລະ ຄວາມປອດໄພຂອງວັກຊີນໃນຈຳນວນຄົນທີ່ແຕກຕ່າງກັນ.
ປົກກະຕິແລ້ວ, ທັງສາມຂັ້ນຕອນນີ້ຈະຕ້ອງໃຊ້ເວລາຫຼາຍປີ ເພາະວ່າຕ້ອງໃຊ້ເວລາໃນການຈັດຫາເງິນທຶນເພື່ອເຮັດການທົດລອງວັກຊີນ, ຍື່ນເອກະສານ ແລະ ຮັບສະໝັກອາສາສະໝັກ. ໂຄງການປະຕິບັດການເລັ່ງດ່ວນຈະຊ່ວຍເຮັດໃຫ້ການຄົ້ນຄວ້າວິໄຈດຳເນີນໄປໄດ້ໄວຂຶ້ນດ້ວຍການໃຫ້ເງິນທຶນ ແລະ ເຮັດໃຫ້ການຍື່ນເອກະສານໄວຂຶ້ນ. ດັ່ງນັ້ນ, ວັກຊີນ
ປ້ອງກັນໂຄວິດ-19 ຈຶ່ງໄດ້ຮັບການທົດລອງໃນສາມຂັ້ນຕອນ ແລະ ຜົນປະກົດວ່າມີຄວາມປອດໄພ ແລະ ມີປະສິດທິພາບດີ.
ໃນແຕ່ລະລັດ, ເຂດ ແລະ ເມືອງ ຈະມີການດຳເນີນການສັກວັກຊີນ. ທ່ານສາມາດສອບຖາມທ່ານໝໍ, ນາຍຈ້າງ ຫຼື ພະແນກສາທາລະນະສຸກປະຈຳທ້ອງຖິ່ນທີ່ທ່ານອາໄສຢູ່. ສູນຄວບຄຸມ ແລະ ປ້ອງກັນໂລກມີເວັບໄຊ ເຊິ່ງສາມາດຊ່ວຍທ່ານຄົ້ນຫາພະແນກສາທາລະນະສຸກປະຈຳທ້ອງຖິ່ນທີ່ທ່ານອາໄສຢູ່.
https://www.cdc.gov/coronavirus/2019-ncov/vaccines/index.html
ແຫຼ່ງຂໍ້ມູນທີ່ຖືກຕ້ອງທີ່ສຸດຄືທ່ານໝໍຂອງທ່ານ ຫຼື ເວັບໄຊຂອງໜ່ວຍງານດ້ານສຸຂະພາບຂອງສະຫະລັດອາເມລິກາເຊັ່ນ: ສູນຄວບຄຸມ ແລະ ປ້ອງກັນໂລກ (CDC) ຫຼື ໜ່ວຍງານສາທາລະນະສຸກຂອງລັດ ຫຼື ເຂດທ້ອງຖິ່ນ.
ບໍ່. ວັກຊີນທີ່ໄດ້ຮັບການອະນຸມັດຈາກສຳນັກງານຄະນະກຳມະການຄຸ້ມຄອງອາຫານ ແລະ ຢາຂອງສະຫະລັດ
ອາເມລິກາຈະບໍ່ແຜ່ໂຄໂຣນ້າໄວຣັສ (ຫຼື ທີ່ຮູ້ກັນໃນນາມໄວຣັສໂຄໂຣນ້າສາຍພັນກຸ່ມອາການທາງເດີນຫາຍໃຈ
ສຽບພັນຮຸນແຮງ 2 (SARS-CoV2) ເນື່ອງຈາກບໍ່ມີໄວຣັສທີມີຊີວິດຢູ່ເຊິ່ງເປັນສາເຫດເຮັດໃຫ້ເກີດໂຄວິດ-19.
ບໍ່. ແນວຄວາມຄິດນີ້ບໍ່ແມ່ນຄວາມຈິງ.
ວັກຊີນທີ່ໄດ້ຮັບການອະນຸມັດ ສາມາດເຮັດໃຫ້ເກີດຜົນຂ້າງຄຽງໄດ້ໃນບາງຄົນ ເຊິ່ງເປັນເລື່ອງປົກກະຕິ. ຜົນຂ້າງຄຽງທີ່ມັກພົບໄດ້ແກ່:
- ປວດບໍລິເວນທີ່ສັກວັກຊີນ ລວມທັງກ້າມເນື້ອ ແລະ ຂໍ້ຕໍ່ອື່ນໆ.
- ເມື່ອຍເພຍ
- ໄຂ້ເລັກໜ້ອຍ
- ເຈັບຫົວ
- ໜາວສັ່ນ
- ປວດຮາກ
- ເຈັບກ້າມ
ຜົນຂ້າງຄຽງບໍ່ຮຸນແຮງ ແຕ່ມັກຈະສັງເກດເຫັນໄດ້ຊັດເຈນຂຶ້ນຫຼັງຈາກສັກວັກຊີນຄັ້ງທີສອງ. ຜົນຂ້າງຄຽງສ່ວນໃຫຍ່ ຈະເຊົາເອງຫຼັງຈາກ 1-2 ວັນ. ປຶກສາກັບທ່ານໝໍຂອງທ່ານຖ້າວ່າອາການຂອງທ່ານບໍ່ດີຂຶ້ນ ຫຼື ບໍ່ຫາຍໄປພາຍໃນສອງສາມມື້.
ມີຄວາມເປັນໄປໄດ້ທີ່ທ່ານອາດແພ້ວັກຊີນ. ຖ້າທ່ານມີປະຫວັດການແພ້ວັກຊີນຄວນປຶກສາທ່ານໝໍກ່ອນສັກວັກຊີນ.
ຄວນ. ທ່ານໝໍແນະນຳໃຫ້ສັກວັກຊີນເຖິງແມ່ນວ່າທ່ານຈະຕິດເຊື້ອໂຄວິດ-19 ແລ້ວກໍຕາມ. ມີລາຍງານວ່າ ມີບາງຄົນທີ່ເຄີຍປ່ວຍຈາກການຕິດເຊື້ອໂຄວິດ-19 ແລະ ກັບມາປ່ວຍຍ້ອນການຕິດເຊື້ອໂຄວິດ-19 ອີກຄັ້ງ.
ອາດຈະ. ປະຈຸບັນນີ້ເບິ່ງຄືວ່າວັກຊີນຈະມີຄວາມປອດໄພຕໍ່ແມ່ຍິງຖືພາ ແຕ່ກໍ່ບໍ່ຮູ້ແນ່ນອນ. ເຖິງແມ່ນວ່າພວກເຮົາ ອາດຈະຮູ້ໃນອະນາຄົດ ແຕ່ກໍ່ຍັງບໍ່ມີງານວິໄຈພຽງພໍ.
ປຶກສານຳທ່ານໝໍຂອງທ່ານ. ທັງສູນຄວບຄຸມ ແລະ ປ້ອງກັນໂລກ (CDC) ແລະ ມະຫາວິທະຍາໄລສູຕິນາລີແພດ ແລະ ນາລີແພດອາເມລິກາກ່າວວ່າມັນເປັນທາງເລືອກສ່ວນບຸກຄົນ. ທ່ານສາມາດເຂົ້າໄປທີ່ເວັບໄຊ ເພື່ອຊອກຫາຂໍ້ມູນ ເພີ່ມເຕີມ.
https://www.cdc.gov/coronavirus/2019-ncov/vaccines/recommendations/pregnancy.html
https://www.acog.org/covid-19/covid-19-vaccines-and-pregnancy-conversation-guide-for-clinicians
ວັກຊີນທີ່ພັດທະນາໂດຍ Moderna ແລະ Pfizer ມີປະສິທິພາບປະມານ 95% ໃນການປ້ອງກັນບໍ່ໃຫ້ຄົນປ່ວຍຈາກການຕິດເຊື້ອໂຄວິດ-19. ຖ້າທ່ານສັກວັກຊີນນັ້ນໝາຍຄວາມວ່າໂອກາດທີ່ທ່ານຈະຕິດເຊື້ອໂຄວິດ-19 ນັ້ນ ຫຼຸດລົງປະມານ 95% ຫຼາຍກວ່າຖ້າທ່ານບໍ່ເຄີຍສັກວັກຊີນ. ວັກຊີນຂອງ Johnson & Johnson ມີປະສິດທິພາບ 66% ເຊິ່ງຍັງມີປະສິດທິພາບຫຼາຍ. ສຳລັບການປຽບທຽບກັນ, ວັກຊີນປ້ອງກັນໄຂ້ຫວັດໃຫຍ່ມັກມີປະສິດທິພາບ 40-60%.
ຍັງມີໂອກາດໜ້ອຍໜຶ່ງທີ່ທ່ານຈະຕິດເຊື້ອໂຄວິດ -19 ເຖິງແມ່ນວ່າທ່ານໄດ້ສັກວັກຊີນແລ້ວກໍຕາມ. ແຕ່ທ່ານຄວນຮັບວັກຊີນ ເພາະມັນຈະຊ່ວຍຫຼຸດໂອກາດໃນການເຂົ້າຮັບການຮັກສາໃນໂຮງໝໍ ຫຼື ເສຍຊີວິດຈາກພະຍາດໂຄວິດ-19 ໄດ້ຫຼາຍ.
ທ່ານຄວນສວມໃສ່ໜ້າກາກອະນາໄມ, ລ້າງມືເປັນປະຈຳ ແລະ ປະຕິບັດການເວັ້ນໄລຍະຫ່າງທາງສັງຄົມຕາມການແນະນຳພາຍໃຕ້ຄຳແນະນຳຫຼ້າສຸດທີ່ກຳນົດອອກໂດຍ ສູນຄວບຄຸມ ແລະ ປ້ອງກັນໂລກ (Centers for Disease Control and Prevention : CDC).
ນັກວິທະຍາສາດກຳລັງສຶກສາຄວາມປອດໄພ ແລະ ປະສິດຕິຜົນຂອງຢາວັກຊີນສຳລັບເດັກນ້ອຍໃນຕອນນີ້. ກວດເບິ່ງເປັນປະຈຳກັບໜ່ວຍງານສາທາລະນະສຸກໃນທ້ອງຖິ່ນຂອງທ່ານ ຫຼື ສູນຄວບຄຸມ ແລະ ປ້ອງກັນໂລກ (Centers for Disease Control and Prevention : CDC) ສຳລັບຂໍ້ມູນໃໝ່ຫຼ້າສຸດ.
ໃນຕອນນີ້, ມີວັກຊີນປ້ອງກັນໂຄວິດ-19 ສາມຊະນິດໃນສະຫະລັດອາເມຣິກາ. ພວກມັນຖືກຜະລິດໂດຍ Pfizer BioNTech, Moderna ແລະ Johnson & Johnson/Janssen.
ທ່ານຕ້ອງລໍຖ້າເປັນເວລາ 2 ອາທິດຫຼັງຈາກການສັກວັກຊີນຄັ້ງສຸດທ້າຍຂອງທ່ານ ກ່ອນທີ່ທ່ານຈະຖືກພິຈາລະນາວ່າ “ໄດ້ຮັບວັກຊີນຄົບຖ້ວນ”. ສຳລັບວັກຊີນ Moderna ແລະ Pfizer, ທ່ານຈະໄດ້ຮັບວັກຊີນຄົບຖ້ວນ 2 ອາທິດ ຫຼັງຈາກການສັກຄັ້ງທີສອງຂອງທ່ານ. ສຳລັບວັກຊີນ Johnson & Johnson, ທ່ານຈະໄດ້ຮັບວັກຊີນຄົບຖ້ວນ 2 ອາທິດຫຼັງຈາກການສັກຄັ້ງທຳອິດ (ແລະ ຄັ້ງດຽວ) ຂອງທ່ານ.
ຖ້າທ່ານໄດ້ຮັບວັກຊີນຄົບຖ້ວນ, ທ່ານສາມາດເຮັດສິ່ງຕ່າງໆໄດ້ເຊັ່ນ:
- ຢູ່ໃນຕຶກອາຄານກັບຜູ້ຄົນອື່ນໆອີກຈຳນວນໜຶ່ງທີ່ໄດ້ຮັບວັກຊີນຄົບຖ້ວນ. ທ່ານສາມາດຢູ່ໃກ້ກັນຕໍ່າກວ່າ 6 ຟຸດ. ທ່ານບໍ່ຈຳເປັນຕ້ອງສວມໃສ່ໜ້າກາກອະນາໄມ.
- ຢູ່ໃນຕຶກອາຄານກັບຄົນທີ່ຍັງບໍ່ໄດ້ຮັບວັກຊີນຈາກຄົວເຮືອນອື່ນໆ. ທ່ານສາມາດຢູ່ໃກ້ກັນຕໍ່າກວ່າ 6 ຟຸດ ແລະ ບໍ່ຈຳເປັນຕ້ອງສວມໃສ່ໜ້າກາກອະນາໄມ. ຂໍ້ຍົກເວັ້ນຄື ຄົນເຫຼົ່ານັ້ນມີບັນຫາສຸຂະພາບທີ່ເຮັດໃຫ້ພວກເຂົາມີແນວໂນ້ມທີ່ຈະປ່ວຍໜັກຈາກໂຄວິດ-19. ໃນກໍລະນີນັ້ນ, ທ່ານຄວນສວມໃສ່ໜ້າກາກອະນາໄມ ແລະ ປະຕິບັດການເວັ້ນໄລຍະຫ່າງທາງສັງຄົມເພື່ອໃຫ້ພວກເຂົາປອດໄພ ເຖິງແມ່ນວ່າທ່ານໄດ້ຮັບວັກຊີນແລ້ວກໍ່ຕາມ.
- ຢູ່ນອກສະຖານທີ່ໂດຍບໍ່ໃສ່ໜ້າກາກອະນາໄມ ນອກຈາກວ່າຈະມີຄົນໜາແໜ້ນຫຼາຍ. ຖ້າມີຄົນໜາແໜ້ນ, ກະລຸນາສວມໃສ່ໜ້າກາກອະນາໄມ ແລະ ພະຍາຍາມຢູ່ຫ່າງຈາກຄົນອື່ນ 6 ຟຸດ.
ເຖິງແມ່ນວ່າທ່ານຈະໄດ້ຮັບວັກຊີນແລ້ວກໍ່ຕາມ, ທ່ານຄວນຫຼີກລ່ຽງກຸ່ມຄົນຈຳນວນຫຼາຍ ໂດຍສະເພາະເມື່ອຢູ່ໃນຕຶກອາຄານ.
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ໄປທີ່: https://www.cdc.gov/coronavirus/2019-ncov/vaccines/fully-vaccinated.html
ໂຄວິດ-19 ສາມາດເຮັດໃຫ້ເກີດປັນຫາໄດ້ ເຖິງແມ່ນວ່າທ່ານຈະເຊົາຈາກການຕິດເຊື້ອແລ້ວກໍ່ຕາມ. ບັນຫາໄລຍະຍາວເຫຼົ່ານີ້ປະກອບມີ:
- ເມື່ອຍລ້າ
- ຫາຍໃຈຖີ່ ຫຼື ຫາຍໃຈລຳບາກ
- ໄອ
- ປວດຂໍ້
- ເຈັບໜ້າເອິກ
- ບັນຫາກ່ຽວກັບຄວາມຈຳ, ສະມາທິ ຫຼື ການນອນຫຼັບ
- ປວດກ້ານເນື້ອ ຫຼື ປວດຫົວ
- ຫົວໃຈເຕັ້ນໄວ ຫຼື ເຕັ້ນແຮງ
- ບໍ່ຮູ້ກິ່ນ ຫຼື ລົດຊາດ
- ອາການຊຶມເສົ້າ ຫຼື ວິຕົກກັງວົນ
- ໄຂ້
- ວິນຫົວເມື່ອທ່ານລຸກຂຶ້ນຢືນ
ເຖິງແມ່ນວ່າອາການໄລຍະຍາວຈະບໍ່ມັກເກີດຂຶ້ນ, ພວກມັນກໍ່ສາມາດສົ່ງຜົນກະທົບຕໍ່ຄົນທີ່ມີສຸຂະພາບແຂງແຮງ ແລະ ສາມາດສົ່ງຜົນກະທົບຕໍ່ຜູ້ທີ່ມີອາການບໍ່ຮຸນແຮງ ຫຼື ບໍ່ມີເລີຍຈາກໂຄວິດ-19. ການຫຼີກລ້ຽງຄວາມສ່ຽງນີ້ເປັນເຫດ ຜົນສຳຄັນໃນການຮັບວັກຊີນ.
ການທົດລອງທາງຄລີນິກຂອງໂຄວິດ-19 ປະກອບມີຜູ້ຄົນທຸກເຊື້ອຊາດ ແລະ ຊາດພັນ ແລະ ພົບວ່າວັກຊີນມີຄວາມປອດໄພ ແລະ ມີປະສິດທິຜົນສຳລັບຜູ້ຄົນທຸກພູມຫຼັງ.
ທ່ານສາມາດກວດເບິ່ງໄດ້ທີ່ເວັບໄຊຂອງສູນຄວບຄຸມ ແລະ ປ້ອງກັນໂລກໄດ້ທີ່ນີ້:
https://www.cdc.gov/coronavirus/2019-ncov/vaccines/8-things.html
https://www.cdc.gov/coronavirus/2019-ncov/vaccines/facts.html

Coronavirus Disease 2019 (COVID-19)
Factsheet about COVID-19.
[View Laotian | ພາສາລາວ Version]  [View English Version]
Topic: Quick Facts
Source: Minnesota State Department of Health

What to Do While You Wait for a COVID-19 Test Result
Infographic on what to do while you wait for your COVID-19 test results.
[View Laotian | ພາສາລາວ Version]  [View English Version]
Topic: Quick Facts
Source: Minnesota State Department of Health

Video on how to stop the spread of COVID-19.
[View Laotian | ພາສາລາວ Version] 
Topic: How to Be Safe
Source: The Sead Project

Video on how to stay safe including washing hands, using and disposing of tissues, not touching the face, social distancing, and staying home.
[View Laotian | ພາສາລາວ Version] 
Topic: How to Be Safe
Source: The Sead Project