Social Media Sharing Snapshot
In partnership with UCLA's Fielding School of Public Health and support from the Institute of American Cultures

COVID-19 コロナウイルス կորոնավիրուս 코로나 바이러스 कोरोनावाइरस

MULTILINGUAL RESOURCE HUB

#translatecovid #UCLAAASC #UCLAFSPH


COVID-19 Vaccine

ວັກຊີນປ້ອງກັນໂຄວິດ-19

ຄຳຖາມທີ່ມັກຖາມເລື້ອຍໆ (FAQ)

ປັບປຸງເມື່ອ 2/1/2021

ເປັນຫຍັງການສີດວັກຊີນປ້ອງກັນໂຄວິດ-19 ຈຶ່ງສຳຄັນ?

ວັກຊີນຈະຊ່ວຍປ້ອງກັນຕົວທ່ານຈາກການຕິດເຊື້ອໂຄວິດ-19. ນອກນັ້ນ ຍັງຊ່ວຍໃຫ້ເຮົາຢຸດການແຜ່ລະບາດໄດ້ໄວຂຶ້ນ.

ໂຄວິດ-19 ແມ່ນພະຍາດຕິດຕໍ່ທີ່ຮ້າຍແຮງ. ໂຄວິດ-19ເຮັດໃຫ້ຊາວອາເມລິກາເສຍຊີວິດຫຼາຍກວ່າ 400.000 ຄົນ. ເມື່ອປຽບທຽບກັນ, ໄຂ້ຫວັດໃຫຍ່ຕາມລະດູການເຮັດໃຫ້ຊາວອາເມລິກາເສຍຊີວິດ 34.000 ຄົນໃນປີ 2019. ຖ້າທ່ານໄດ້ຮັບການສັກວັກຊີນ, ມັນຈະຊ່ວຍໃຫ້ຕົວທ່ານ ແລະ ຜູ້ອື່ນປອດໄພຈາກການຕິດເຊື້ອໂຄວິດ-19.

ວັກຊີນປ້ອງກັນໂຄວິດ-19 ອອກລິດແນວໃດ?

ວັກຊີນຈະເຮັດໃຫ້ຮ່າງກາຍຂອງທ່ານຈື່ຈຳໄວຣັສທີ່ເປັນສາເຫດຂອງ ໂຄວິດ-19. ເມື່ອຮ່າງກາຍຂອງທ່ານຮູ້ວ່າ ໄວຣັສມີລັກສະນະແນວໃດ ລະບົບປ້ອງກັນຮ່າງກາຍຂອງທ່ານກໍ່ຈະຕໍ່ສູ້ກັບໄວຣັສໄດ້.

ຊ່ວຍບອກລາຍລະອຽດເພີ່ມແດ່ໄດ້ບໍ່ວ່າ ວັກຊີນຊ່ວຍປ້ອງກັນທ່ານຈາກໄວຣັສໄດ້ແນວໃດ?

ຮ່າງກາຍຂອງທ່ານຈະສ້າງໂປຼຣຕີນທີ່ເອີ້ນວ່າ ສານພູມຕ້ານທານ. ສານພູມຕ້ານທານເຫຼົ່ານີ້ຈະຕໍ່ສູ້ກັບໄວຣັສທີ່ເປັນອັນຕະລາຍທີ່ເຂົ້າສູ່ຮ່າງກາຍຂອງທ່ານ. ເຖິງຢ່າງໃດກໍຕາມ, ສານພູມຕ້ານທານດັ່ງກ່າວຈຳເປັນຕ້ອງຮູ້ວ່າຈະຕ້ອງຕໍ່ສູ້ກັບໄວຣັສຊະນິດໃດ. ໄວຣັສຕົວໃໝ່ສາມາດເຂົ້າສູ່ຮ່າງກາຍຂອງທ່ານໄດ້ໂດຍທີ່ສານພູມຕ້ານທານບໍ່ໄດ້ຮັບຮູ້. ຖ້າເກີດເຫດການນີ້ ໄວຣັສສາມາດທຳຮ້າຍຮ່າງກາຍຂອງທ່ານກ່ອນທີ່ສານພູມຕ້ານທານຈະຕໍ່ສູ້ກັບໄດ້. ວັກຊີນຈະຝຶກຮ່າງກາຍຂອງທ່ານໃຫ້ຮັບຮູ້ໄວຣັສທີ່ເປັນອັນຕະລາຍໄດ້ຢ່າງວ່ອງໄວ ແລະ ສ້າງພູມຄຸ້ມກັນເພື່ອຕໍ່ສູ້ກັບມັນ. ບໍ່ມີວັກຊີນໃດທີ່ມີໄວຣັສທີ່ມີຊີວິດຢູ່ ດັ່ງນັ້ນທ່ານບໍ່ຕ້ອງວິຕົກກັງວົນວ່າຈະຕິດເຊື້ອໂຄວິດ-19.

ຂ້ອຍຄວນສັກວັກຊີນປ້ອງກັນໂຄວິດ-19 ບໍ?

ພວກເຮົາຂໍແນະນຳໃຫ້ທຸກຄົນທີ່ມີອາຍຸແຕ່ 16 ປີຂຶ້ນໄປສັກວັກຊີນ.

ເຖິງຢ່າງໃດກໍຕາມ, ທ່ານຄວນສອບຖາມທ່ານໝໍກ່ອນຖ້າທ່ານກຳລັງຖືພາ ແລະ ບໍ່ຄວນສັກວັກຊີນຖ້າທ່ານເຄີຍມີອາການແພ້ສ່ວນປະສົມໃນວັກຊີນຢ່າງຮຸນແຮງ. ສອບຖາມທ່ານໝໍກ່ອນຖ້າທ່ານເຄີຍມີປະຫວັດອາການແພ້ ຫຼື ມີຄຳຖາມ.

ວັກຊີນປ້ອງກັນໂຄວິດ-19 ມີຄວາມປອດໄພ ຫຼື ບໍ່?

ມີ. ສຳນັກງານຄະນະກຳມະການຄຸ້ມຄອງອາຫານ ແລະ ຢາຂອງສະຫະລັດອາເມລິກາ (FDA) ຈະອະນຸມັດວັກຊີນ
ຫຼັງຈາກເຫັນວ່າມີຄວາມປອດໄພ ແລະ ມີປະສິດທິພາບເທົ່ານັ້ນ. ເພື່ອໃຫ້ວັກຊີນໄດ້ຮັບການອະນຸມັດ ນັກວິທະຍາສາດຈະເຮັດການທົດສອບວັກຊີນໃໝ່ແຕ່ລະຕົວກັບຄົນຈຳນວນຫຼາຍເພື່ອຮັບປະກັນວ່າມີຄວາມປອດໄພ ແລະ ມີປະສິດທິພາບ.

ມີຊາວອາເມລິກາຫຼາຍກວ່າ 40.000 ຄົນ ເຂົ້າຮັບການທົດລອງວັກຊີນ ໄຟເຊີ້ (Pfizer) ແລະ 30.000 ຄົນເຂົ້າຮັບການທົດລອງວັກຊີນ ໂມເດີນນ້າ (Moderna). ຜົນການທົດລອງເຫຼົ່ານີ້ສະແດງໃຫ້ເຫັນວ່າວັກຊີນມີຄວາມປອດໄພ ແລະ ມີປະສິດທິພາບ. ດ້ວຍເຫດນີ້, ສຳນັກງານຄະນະກຳມະການຄຸ້ມຄອງອາຫານ ແລະ ຢາຂອງສະຫະລັດອາເມລິກາ (FDA) ຈຶ່ງໄດ້ອະນຸມັດວັກຊີນທີ່ຜະລິດໂດຍບໍລິສັດໄຟເຊີ້ (Pfizer) ແລະ ບໍລິສັດໂມເດີນນ້າ (Moderna) ເພື່ອໃຊ້ໃນກໍລະນີສຸກເສີນ. ກຳລັງມີການພິຈາລະນາວັກຊີນເພີ່ມເຕີມເພື່ອຂໍອະນຸມັດ ແລະ ອາດມີການນຳໃຊ້ໃນອະນາຄົດ.

ຖ້າວັກຊີນໄດ້ຮັບການອະນຸມັດຢ່າງວ່ອງໄວ, ມັນຈະມີຄວາມປອດໄພໄດ້ແນວໃດ?

ຈະມີການທົດລອງວັກຊີນໃໝ່ແຕ່ລະຊະນິດເພື່ອໃຫ້ມີຄວາມປອດໄພ ແລະ ມີປະສິດທິພາບ. ນີ້ຄືເລື່ອງຈິງສຳລັບໂຄງການ ປະຕິບັດການເລັ່ງດ່ວນ (Operation Warp Speed) ເຊິ່ງເລັ່ງເຮັດການທົດລອງວັກຊີນ. ເຖິງແມ່ນວ່າ ການທົດລອງຈະໄວຂຶ້ນ ແຕ່ວັກຊີນກໍຕ້ອງຜ່ານຂັ້ນຕອນການທົດລອງທີ່ເປັນປົກກະຕິທັງໝົດເພື່ອຮັບປະກັນວ່າມີຄວາມປອດໄພ.

ມີການທົດລອງວັກຊີນຜ່ານສາມຂັ້ນຕອນຫຼັກ (ຂັ້ນຕອນທີ 1, ຂັ້ນຕອນທີ 2, ຂັ້ນຕອນທີ 3 ການທົດລອງທາງຄລີນິກ). ໃນຂັ້ນຕອນທີ 1 ທ່ານໝໍຈະສີດວັກຊີນໃຫ້ອາສາສະໝັກ. ງານວິໄຈນີ້ຈະໃຫ້ຂໍ້ມູນກ່ຽວກັບປະລິມານວັກຊີນທີ່ຕ້ອງສີດ ແລະ ແນວຄິດເບື້ອງຕົ້ນກ່ຽວກັບຄວາມປອດໄພຂອງວັກຊີນ. ມີຄົນຈຳນວນໜ້ອຍດຽວເທົ່ານັ້ນທີ່ສັກວັກຊີນໃນຂັ້ນຕອນທີ 1 ເພາະວ່າເປັນວັກຊີນໃໝ່. ຖ້າວັກຊີນມີຄວາມປອດໄພ ກໍຈະເຮັດການທົດລອງເພີ່ມເຕີມໃນຂັ້ນຕອນທີ 2.

ໃນຂັ້ນຕອນທີ 2, ຈະເຮັດການທົດລອງວັກຊີນ ເພື່ອກວດສອບເບິ່ງວ່າມັນໄດ້ຮັບຜົນດີປານໃດ ແລະ ເພື່ອຄົ້ນຫາຜົນຂ້າງຄຽງ. ຖ້າວັກຊີນມີຄວາມປອດໄພ ແລະ ມີປະສິດທິພາບດີ ກໍ່ຈະມີການສຶກສາຢ່າງລະອຽດໃນຂັ້ນຕອນທີ 3.

ໃນຂັ້ນຕອນທີ 3, ຈະມີການສັກວັກຊີນໃຫ້ກັບຄົນຫຼາຍກວ່າ 30.000 ຄົນ ເພື່ອໃຫ້ໄດ້ຂໍ້ມູນລາຍລະອຽດເພີ່ມເຕີມກ່ຽວກັບປະສິດທິພາບ ແລະ ຄວາມປອດໄພຂອງວັກຊີນໃນຈຳນວນຄົນທີ່ແຕກຕ່າງກັນ.

ປົກກະຕິແລ້ວ, ທັງສາມຂັ້ນຕອນນີ້ຈະຕ້ອງໃຊ້ເວລາຫຼາຍປີ ເພາະວ່າຕ້ອງໃຊ້ເວລາໃນການຈັດຫາເງິນທຶນເພື່ອເຮັດການທົດລອງວັກຊີນ, ຍື່ນເອກະສານ ແລະ ຮັບສະໝັກອາສາສະໝັກ. ໂຄງການປະຕິບັດການເລັ່ງດ່ວນຈະຊ່ວຍເຮັດໃຫ້ການຄົ້ນຄວ້າວິໄຈດຳເນີນໄປໄດ້ໄວຂຶ້ນດ້ວຍການໃຫ້ເງິນທຶນ ແລະ ເຮັດໃຫ້ການຍື່ນເອກະສານໄວຂຶ້ນ. ດັ່ງນັ້ນ, ວັກຊີນປ້ອງກັນໂຄວິດ-19 ຈຶ່ງໄດ້ຮັບການທົດລອງໃນສາມຂັ້ນຕອນ ແລະ ຜົນປະກົດວ່າມີຄວາມປອດໄພ ແລະ ມີປະສິດທິພາບດີ.

ຂ້ອຍສາມາດສັກວັກຊີນໄດ້ເມື່ອໃດ? ຂ້ອຍສາມາດສັກວັກຊີນໄດ້ແນວໃດ?

ໃນແຕ່ລະລັດ, ເຂດ ແລະ ເມືອງ ຈະມີການດຳເນີນການສັກວັກຊີນ. ຈະມີການກຳນົດຜູ້ຄົນຕາມກຸ່ມຄົນທີ່ເປັນບຸລິມະສິດໂດຍອີງຕາມປັດໄຈດ້ານອາຍຸ, ອາຊີບ ຫຼື ປັດໄຈອື່ນໆ. ທ່ານສາມາດສອບຖາມທ່ານໝໍ, ນາຍຈ້າງ ຫຼື ພະແນກສາທາລະນະສຸກປະຈຳທ້ອງຖິ່ນທີ່ທ່ານອາໄສຢູ່. ສູນຄວບຄຸມ ແລະ ປ້ອງກັນໂລກມີເວັບໄຊ ເຊິ່ງສາມາດຊ່ວຍທ່ານຄົ້ນຫາພະແນກສາທາລະນະສຸກປະຈຳທ້ອງຖິ່ນທີ່ທ່ານອາໄສຢູ່.

https://www.cdc.gov/coronavirus/2019-ncov/vaccines/index.html

ມີຂ່າວລື ແລະ ຄຳເລົ່າລືຈຳນວນຫຼາຍກ່ຽວກັບວັກຊີນ. ຂ້ອຍສາມາດຂໍຂໍ້ມູນຄວາມຈິງທີ່ຖືກຕ້ອງໄດ້ຢູ່ໃສ?

ແຫຼ່ງຂໍ້ມູນທີ່ຖືກຕ້ອງທີ່ສຸດຄືຜູ້ໃຫ້ບໍລິການດ້ານສຸຂະພາບຂອງທ່ານ ຫຼື ເວັບໄຊຂອງໜ່ວຍງານດ້ານສຸຂະພາບຂອງສະຫະລັດອາເມລິກາເຊັ່ນ: ສູນຄວບຄຸມ ແລະ ປ້ອງກັນໂລກ (CDC) ຫຼື ໜ່ວຍງານສາທາລະນະສຸກຂອງລັດ ຫຼື ເຂດທ້ອງຖິ່ນ.

ວັກຊີນຈະແຜ່ເຊື້ອໂຄວິດ-19 ສູ່ຂ້ອຍບໍ?

ບໍ່. ວັກຊີນທີ່ໄດ້ຮັບການອະນຸມັດຈາກສຳນັກງານຄະນະກຳມະການຄຸ້ມຄອງອາຫານ ແລະ ຢາຂອງສະຫະລັດອາເມລິກາຈະບໍ່ແຜ່ໂຄໂຣນ້າໄວຣັສ (ຫຼື ທີ່ຮູ້ກັນໃນນາມໄວຣັສໂຄໂຣນ້າສາຍພັນກຸ່ມອາການທາງເດີນຫາຍໃຈສຽບພັນຮຸນແຮງ 2 (SARS-CoV2) ເຊິ່ງເປັນສາເຫດເຮັດໃຫ້ເກີດໂຄວິດ-19.

ວັກຊີນຈະຝັງໄມໂຄຣຊິບເຂົ້າໄປໃນຮ່າງກາຍຂອງຂ້ອຍບໍ? ວັກຊີນຈະເຮັດໃຫ້ແທ້ງລູກ ຫຼື ເຮັດໃຫ້ເປັນໝັນບໍ່? ມັນຈະປ່ຽນດີເອັນເອຂອງຂ້ອຍບໍ່?

ບໍ່. ມັນເປັນພຽງຄຳເລົ່າລື. ມັນບໍ່ແມ່ນຄວາມຈິງ.

ຜົນຂ້າງຄຽງທີ່ມັກພົບໃນວັກຊີນປ້ອງກັນໂຄວິດ-19 ມີຫຍັງແດ່?

ວັກຊີນໄຟເຊີ້ (Pfizer) ແລະ ໂມເດີນນ້າ (Moderna) ອາດເຮັດໃຫ້ເກີດຜົນຂ້າງຄຽງໄດ້ໃນບາງຄົນ ເຊິ່ງເປັນເລື່ອງປົກກະຕິ. ຜົນຂ້າງຄຽງທີ່ມັກພົບໄດ້ແກ່:

  • ປວດບໍລິເວນທີ່ສັກວັກຊີນ ລວມທັງກ້າມເນື້ອ ແລະ ຂໍ້ຕໍ່ອື່ນໆ.
  • ເມື່ອຍເພຍ
  • ໄຂ້ເລັກໜ້ອຍ
  • ເຈັບຫົວ
  • ໜາວສັ່ນ

ຜົນຂ້າງຄຽງບໍ່ຮຸນແຮງ ແຕ່ມັກຈະສັງເກດເຫັນໄດ້ຊັດເຈນຂຶ້ນຫຼັງຈາກສັກວັກຊີນຄັ້ງທີສອງ. ຜົນຂ້າງຄຽງສ່ວນໃຫຍ່ຈະເຊົາເອງຫຼັງຈາກ 1-2 ວັນ.

ມີຄວາມເປັນໄປໄດ້ທີ່ທ່ານອາດແພ້ວັກຊີນ. ຖ້າທ່ານມີປະຫວັດການແພ້ວັກຊີນຄວນປຶກສາທ່ານໝໍກ່ອນສັກວັກຊີນ.

ຖ້າຂ້ອຍຕິດເຊື້ອໂຄວິດ-19 ແລ້ວຂ້ອຍຄວນສັກວັກຊີນອີກບໍ່?

ຄວນ. ທ່ານໝໍແນະນຳໃຫ້ສັກວັກຊີນເຖິງແມ່ນວ່າທ່ານຈະຕິດເຊື້ອໂຄວິດ-19 ແລ້ວກໍຕາມ. ມີລາຍງານວ່າ ມີບາງຄົນທີ່ເຄີຍປ່ວຍຈາກການຕິດເຊື້ອໂຄວິດ-19 ແລະ ກັບມາປ່ວຍຍ້ອນການຕິດເຊື້ອໂຄວິດ-19 ອີກຄັ້ງ.

ຖ້າຂ້ອຍກຳລັງຖືພາ ຫຼື ໃຫ້ນົມລູກ ຂ້ອຍຄວນສັກວັກຊີນປ້ອງກັນ COVID-19 ບໍ່?

ອາດຈະ. ປະຈຸບັນນີ້ເບິ່ງຄືວ່າວັກຊີນຈະມີຄວາມປອດໄພຕໍ່ແມ່ຍິງຖືພາ ແຕ່ກໍ່ບໍ່ຮູ້ແນ່ນອນ. ເຖິງແມ່ນວ່າພວກເຮົາອາດຈະຮູ້ໃນອະນາຄົດ ແຕ່ກໍ່ຍັງບໍ່ມີງານວິໄຈພຽງພໍ.

ປຶກສານຳທ່ານໝໍຂອງທ່ານ. ທັງສູນຄວບຄຸມ ແລະ ປ້ອງກັນໂລກ (CDC) ແລະ ມະຫາວິທະຍາໄລສູຕິນາລີແພດ ແລະ ນາລີແພດອາເມລິກາກ່າວວ່າມັນເປັນທາງເລືອກສ່ວນບຸກຄົນ. ທ່ານສາມາດເຂົ້າໄປທີ່ເວັບໄຊ ເພື່ອຊອກຫາຂໍ້ມູນເພີ່ມເຕີມ.

https://www.cdc.gov/coronavirus/2019-ncov/vaccines/recommendations/pregnancy.html

https://www.acog.org/covid-19/covid-19-vaccines-and-pregnancy-conversation-guide-for-clinicians

ຂ້ອຍຄວນໃສ່ໜ້າກາກອະນາໄມ ແລະ ປະຕິບັດການເວັ້ນໄລຍະຫ່າງທາງສັງຄົມອີກບໍ ຫຼັງຈາກສັກວັກຊີນປ້ອງກັນໂຄວິດ-19 ແລ້ວ?

ຄວນ. ປະຈຸບັນນີ້ພວກເຮົາບໍ່ຮູ້ວ່າວັກຊີນຈະປ້ອງກັນທ່ານຈາກໄວຣັສໄດ້ດົນປານໃດ. ວັກຊີນບາງຊະນິດຈະປ້ອງກັນທ່ານໄດ້ຕະຫຼອດຊີວິດ. ວັກຊີນບາງຊະນິດຈະປ້ອງກັນທ່ານໄດ້ໃນຊ່ວງເວລາສັ້ນໆ. ຈົນກວ່າພວກເຮົາຈະຮູ້ໄດ້ວ່າວັກຊີນຈະປົກປ້ອງພວກເຮົາໄດ້ດົນປານໃດ ພວກເຮົາຄວນປະຕິບັດການເວັ້ນໄລຍະຫ່າງທາງສັງຄົມ ແລະ ໃສ່ໜ້າກາກຕໍ່ໄປ.

ວັກຊີນປະຈຸບັນຈະໃຊ້ໄດ້ຜົນກັບໄວຣັສສາຍພັນໃໝ່ ຫຼື ບໍ່?

ອາດຈະ. ຜູ້ຊ່ຽວຊານຫຼາຍທ່ານເຊື່ອວ່າວັກຊີນປ້ອງກັນໂຄວິດ-19 ຈະປ້ອງກັນການກາຍພັນຂອງໄວຣັສບາງຊະນິດໄດ້. ແຕ່ກໍ່ມີຄວາມເປັນໄປໄດ້ເຊັ່ນກັນວ່າວັກຊີນຈະມີປະສິດທິພາບໜ້ອຍລົງໃນການຕໍ່ຕ້ານການກາຍພັນຂອງໄວຣັສບາງຊະນິດ. ວັກຊີນບາງຊະນິດໃຊ້ໄດ້ຜົນເປັນເວລາດົນນານເຊັ່ນ: ວັກຊີນປ້ອງກັນພະຍາດໝາກສຸກ. ວັກຊີນບາງຊະນິດໃຊ້ໄດ້ຜົນເປັນເວລາສັ້ນໆ ແລະ ຈຳເປັນຕ້ອງໄດ້ຮັບການປັບປຸງເຊັ່ນ: ວັກຊີນປ້ອງກັນໄຂ້ຫວັດໃຫຍ່. ມັນໄວເກີນໄປທີ່ຈະສາມາດຮູ້ໄດ້ໃນກໍລະນີຂອງໂຄວິດ-19.

ມັນຍັງເປັນສິ່ງສຳຄັນຫຼາຍທີ່ຈະສັກວັກຊີນໃນປະຈຸບັນ ເພາະຍັງມີການແຜ່ລະບາດຢູ່. ຍິ່ງມີຜູ້ສັກວັກຊີນຫຼາຍເທົ່າໃດ ພວກເຮົາກໍຈະສາມາດຄວບຄຸມການລະບາດໄດ້ໄວຫຼາຍຂຶ້ນເທົ່ານັ້ນ.

ວັກຊີນມີປະສິດທິພາບຫຼາຍປານໃດ?

ວັກຊີນທີ່ພັດທະນາໂດຍບໍລິສັດ ໂມເດີນນ້າ ແລະ ໄຟເຊີ້ ມີປະສິທິພາບປະມານ 95%ໃນການປ້ອງກັນບໍ່ໃຫ້ຄົນປ່ວຍຈາກການຕິດເຊື້ອໂຄວິດ-19. ຖ້າທ່ານສັກວັກຊີນນັ້ນໝາຍຄວາມວ່າໂອກາດທີ່ທ່ານຈະຕິດເຊື້ອໂຄວິດ-19 ນັ້ນຫຼຸດລົງປະມານ 95% ຫຼາຍກວ່າຖ້າທ່ານບໍ່ເຄີຍສັກວັກຊີນ. ເຖິງຢ່າງໃດກໍຕາມ, ມັນກໍຍັງມີໂອກາດທີ່ທ່ານຈະຕິດເຊື້ອໂຄວິດ -19 ເຖິງແມ່ນວ່າທ່ານໄດ້ສັກວັກຊີນແລ້ວກໍຕາມ.

ປະສິດທິພາບຂອງວັກຊີນຊະນິດອື່ນອາດຈະສູງກວ່າ ຫຼື ຕ່ຳກວ່າວັກຊີນ ໂມເດີນນ້າ (Moderna) ແລະ ໄຟເຊີ້ (Pfizer). ທ່ານຄວນໃສ່ໜ້າກາກອະນາໄມ, ລ້າງມືເປັນປະຈຳ ແລະ ປະຕິບັດການເວັ້ນໄລຍະຫ່າງທາງສັງຄົມຈົນກວ່າສູນຄວບຄຸມ ແລະ ປ້ອງກັນໂລກ (CDC) ຈະຢືນຢັນວ່າມັນມີຄວາມປອດໄພທີ່ຈະຢຸດການປະຕິບັດດັ່ງກ່າວ.

ເປັນຫຍັງເດັກນ້ອຍທີ່ມີອາຍຸຕ່ຳກວ່າ 16 ປີ ຈຶ່ງບໍ່ສາມາດສັກວັກຊີນໄດ້?

ພວກເຮົາຍັງບໍ່ຮູ້ວ່າວັກຊີນດັ່ງກ່າວມີຄວາມປອດໄພ ແລະ ມີຜົນດີກັບເດັກນ້ອຍທີ່ມີອາຍຸຕ່ຳກວ່າ 16 ປີ ຫຼື ບໍ່.

ເຖິງຢ່າງໃດກໍຕາມ, ນັກວິທະຍາສາດກຳລັງຄົ້ນຄວ້າວິໄຈບັນຫາດັ່ງກ່າວຢູ່ໃນຕອນນີ້. ພວກເຮົາອາດຈະຮູ້ວ່າວັກຊີນດັ່ງກ່າວມີຄວາມເໝາະສົມກັບເດັກນ້ອຍໃນອະນາຄົດ ຫຼື ບໍ່.

ຂ້ອຍສາມາດຊອກຫາຄຳຕອບຂອງຄຳຖາມອື່ນໆກ່ຽວກັບວັກຊີນໄດ້ຢູ່ໃສ?

ທ່ານສາມາດກວດເບິ່ງໄດ້ທີ່ເວັບໄຊຂອງສູນຄວບຄຸມ ແລະ ປ້ອງກັນໂລກໄດ້ທີ່ນີ້:

https://www.cdc.gov/coronavirus/2019-ncov/vaccines/8-things.html

https://www.cdc.gov/coronavirus/2019-ncov/vaccines/facts.html

Disclaimer

The resources collected here are intended to provide basic information about COVID-19 to diverse communities. Please use the resources provided with caution. We do not endorse or assume responsibility for any information offered by third-party websites that are linked through this site. We strongly recommend consulting your personal health care providers and local officials for medical advice and guidelines. Due to the rapidly changing development of knowledge and guidelines around COVID-19, we have worked to confirm the origin of the links and resources to the best of our ability, but we know that some information provided may be out-of-date or incomplete. If you have any questions, please contact us at resources@aasc.ucla.edu or fill out our feedback form for suggestions.