Social Media Sharing Snapshot
In partnership with UCLA's Fielding School of Public Health and support from the Institute of American Cultures

COVID-19 コロナウイルス կորոնավիրուս 코로나 바이러스 कोरोनावाइरस

MULTILINGUAL RESOURCE HUB

#translatecovid #UCLAAASC #UCLAFSPH


COVID-19 Vaccine

 ↓ 

ວັກຊີນປ້ອງກັນໂຄວິດ-19

ຄຳຖາມທີ່ມັກຖາມເລື້ອຍໆ (FAQ)

ປັບປຸງເມື່ອ 7/19/2021

ສາຍພັນ ເດວຕ້າ ແມ່ນຫຍັງ? ຜູ້ທີ່ມີຄວາມສ່ຽງຫຼາຍທີ່ສຸດໃນການຕິດເຊື້ອຈາກສາຍພັນ ເດວຕ້າ ແມ່ນໃຜ? (ຄຳຖາມໃໝ່)

ໄວຣັດ ຈະແຜ່ພັນໂດຍການລອກແບບຕົວເອງ. ແຕ່ລະຕົວທີ່ລອກແບບອອກມາ ຈະແຕກຕ່າງຈາກໄວຣັດຕົວເດີມ ແລະ ເອີ້ນວ່າ: ການກາຍພັນ. ສຳລັບ “ສາຍພັນເດວຕ້າ” ແມ່ນການກາຍພັນຂອງເຊື້ອໄວຣັດທີ່ກໍ່ໃຫ້ເກີດພະຍາດໂຄວິດ-19. ສາຍພັນນີ້ແມ່ນຕິດຕໍ່ໄດ້ງ່າຍກ່ວາໄວຣັດລຸ່ນອື່ນໆ. ນອັກຈາກນັ້ນ ມັນຍັງອາດຈະເຮັດໃຫ້ເຈັບປ່ວຍຮຸນແຮງຂຶ້ນຕື່ມອີກ.

ຜູ້ທີ່ບໍ່ໄດ້ສັກວັກຊີນ ແມ່ນມີຄວາມສ່ຽງຫຼາຍກວ່າໃນການຕິດພະຍາດໂຄວິດ-19.

ວັກ ຊີນປະ ຈຸ ບັນ ຈະ ໃຊ້ ໄດ້ ຜົນ ກັບ ໄວ ຣັ ສ ສາຍ ພັນ ໃໝ່ ຫຼື ບໍ່?

ອາດ​ຈະ. ຜູ້​ຊ່ຽວ​ຊານ​ຫຼາຍ​ທ່ານ​ເຊື່ອ​ວ່າວັກ​ຊີນປ້ອງ​ກັນໂຄວິດ-19 ​ຈະ​ປ້ອງ​ກັນ​ໄວ​ຣັ​ສສາຍພັນໃໝ່​ບາງ​ຊະ​ນິດ​ໄດ້. ແຕ່ກໍ່​ມີ​ຄວາມເປັນ​ໄປ​ໄດ້​ເຊັ່ນ​ກັນ​ວ່າ​ວັກ​ຊີນ​ຈະ​ມີ​ປະ​ສິດ​ທິ​ພາບ​ໜ້ອຍລົງໃນ​ການ​ຕໍ່​ຕ້ານ​ໄວ​ຣັ​ສສາຍພັນໃໝ່​ບາງ​ຊະ​ນິດ. ວັກ​ຊີນ​ບາງ​ຊະ​ນິດ​ໃຊ້​ໄດ້​ຜົນ​ເປັນ​ເວ​ລາ​ດົນ​ນານ​ເຊັ່ນ: ວັກ​ຊີນ​ປ້ອງ​ກັນ​ພະ​ຍາດ​ໝາກ​ສຸກ. ວັກ​ຊີນ​ບາງ​ຊະ​ນິດ​ໃຊ້​ໄດ້ ​ຜົນ​ເປັນ​ເວ​ລາ​ສັ້ນໆ ແລະ ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ປັບ​ປຸງ​ເຊັ່ນ: ວັກ​ຊີນ​ປ້ອງ​ກັນ​ໄຂ້​ຫວັດ​ໃຫຍ່. ມັນ​ໄວ​ເກີນ​ໄປ​ທີ່​ຈະ​ ສາ​ມາດຮູ້ໄດ້​ໃນ​ກໍ​ລະ​ນີ​ຂອງໂຄວິດ-19.
ມັນ​ຍັງ​ເປັນ​ສິ່ງ​ສຳ​ຄັນຫຼາຍ​ທີ່​ຈະ​ສັກ​ວັກ​ຊີນ​ໃນ​ປະ​ຈຸ​ບັນ ເພາະຍັງ​ມີ​ການ​ແຜ່​ລະ​ບາດ​ຢູ່. ຍິ່ງ​ມີ​ຜູ້​ສັກ​ວັກ​ຊີນຫຼາຍ​ເທົ່າ​ໃດ ພວກ​ເຮົາ​ກໍ​ຈະ​ສາ​ມາດ​ຄວບ​ຄຸມ​ການ​ລະ​ບາດ​ໄດ້​ໄວຫຼາຍ​ຂຶ້ນ​ເທົ່າ​ນັ້ນ.

ເປັນ ຫຍັງ ການ ສີດວັກ ຊີນປ້ອງ ກັນໂຄວິດ-19 ຈຶ່ງ ສຳ ຄັນ?

ວັກ​ຊີນ​ຈະ​ຊ່ວຍ​ປ້ອງ​ກັນ​ຕົວ​ທ່ານ​ຈາກ​ການ​ຕິດເຊື້ອໂຄວິດ-19. ນອກນັ້ນ ຍັງ​ຊ່ວຍ​ໃຫ້​ເຮົາ​ຢຸດ​ການ​ແຜ່ລະ​ບາດ​ໄດ້
ໄວ​ຂຶ້ນ.

ໂຄວິດ-19 ແມ່ນ​ພະ​ຍາດ​ຕິດ​ຕໍ່​ທີ່​ຮ້າຍ​ແຮງ. ມັນເຮັດ​ໃຫ້​ຊາວ​ອາ​ເມ​ລິກາ​ເສຍ​ຊີ​ວິດປະ​ມານ 350.000 ຄົນໃນ​ປີ 2020. ເມື່ອ​ປຽບ​ທຽບ​ກັນ, ໄຂ້​ຫວັດ​ໃຫຍ່​ຕາມລະດູການ​​ເຮັດ​ໃຫ້​ຊາວ​ອາ​ເມ​​ລິກາ​ເສຍ​ຊີ​ວິດ 34.000 ຄົນ​ໃນ​ປີ 2019. ຖ້າ​ທ່ານໄດ້​ຮັບ​ການ​ສັກ​ວັກ​ຊີນ, ມັນຈະ​ຊ່ວຍ​ໃ​ຫ້​ຕົວ​ທ່ານ ແລະ ຜູ້​ອື່ນ​ປອດ​ໄພ​ຈາກການ​ຕິດເຊື້ອໂຄວິດ-19.

ວັກຊີນປ້ອງກັນໂຄວິດ-19 ອອກລິດແນວໃດ?

ວັກ​ຊີນ​ຈະ​ເຮັດ​ໃຫ້​ຮ່າງ​ກາຍ​ຂອງ​ທ່ານ​ຈື່​ຈຳ​ໄວ​ຣັ​ສ​ທີ່​ເປັນ​ສາ​ເຫດ​ຂອງພະ​ຍາດ ໂຄວິດ-19. ເມື່ອ​ຮ່າງ​ກາຍ​ຂອງ​ທ່ານ​ຮູ້​ວ່າ ໄວ​ຣັ​ສ​ມີ​ລັກ​ສະ​ນະ​ແນວ​ໃດ ລະ​ບົບ​ປ້ອງ​ກັນ​ຮ່າງ​ກາຍ​ຂອງ​ທ່ານກໍ່ຈະ​ຕໍ່​ສູ້​ກັບ​ໄວ​ຣັ​ສ​ໄ​ດ້.

ຊ່ວຍບອກ ລາຍ ລະ ອຽດ ເພີ່ມ ແດ່ ໄດ້ ບໍ່ວ່າ ວັກ ຊີນ ຊ່ວຍ ປ້ອງ ກັນ ທ່ານ ຈາກໄວ ຣັ ສ ໄດ້ ແນວ ໃດ?

ຮ່າງ​ກາຍ​ຂອງ​ທ່ານ​ຈະ​ສ້າງພູມ​ຕ້ານ​ທານເເພື່ອ​ຕໍ່​ສູ້​ກັບ​ໄວ​ຣັ​ສ​ທີ່​ເປັນ​ອັນ​ຕະ​ລາຍ​ທີ່​ເຂົ້າ​ສູ່​ຮ່າງ​ກາຍ​ຂອງ​ທ່ານ. ເຖິງ​ຢ່າງ​ໃດ​
ກໍ​ຕາມ, ​ສານພູມ​ຕ້ານ​ທານ​ດັ່ງ​ກ່າວ​ຈຳ​ເປັນ​ຕ້ອງ​ຮູ້​ວ່າຈະຕ້ອງຕໍ່ສູ້ກັບ​ໄວ​ຣັ​ສ​ຊະ​ນິດ​ໃດ. ໄວ​ຣັ​ສ​ຕົວ​ໃໝ່​ສາ​ມາດ​ເຂົ້າ​ສູ່
​ຮ່າງ​ກາຍ​ຂອງ​ທ່ານ​ໄດ້​ໂດຍ​ທີ່​ສານພູມ​ຕ້ານ​​ທານບໍ່ໄດ້ຮັບຮູ້. ຖ້າ​ເກີດ​ເຫດ​ການນີ້ ໄວ​ຣັ​ສ​ສາ​ມາດ​ທຳ​ຮ້າຍ​​ຮ່າງ​ກາຍ​ຂອງ​ທ່ານ​ກ່ອນ​ທີ່ສານພູມຕ້ານທານຈະ​ຕໍ່ສູ້ກັບ​ໄດ້. ວັກ​ຊີນ​ຈະ​ຝຶກ​ຮ່າງ​ກາຍ​ຂອງ​ທ່ານ​ໃຫ້​ຮັບ​ຮູ້​ໄວ​ຣັ​ສ​ທີ່​ເປັນອັນ​ຕະ​ລາຍ
​ໄດ້​ຢ່າງວ່ອງ​ໄວ ແລະ ສ້າງ​ພູມ​​ຄຸ້ມ​ກັນ​​ເພື່ອ​ຕໍ່​ສູ້​ກັບ​ມັນ. ບໍ່​ມີ​ວັກ​ຊີນ​ໃດ​ທີ່​ມີ​ໄວ​ຣັ​ສ​ທີ່​ມີ​ຊີ​ວິດ​ຢູ່ ​ດັ່ງ​ນັ້ນ​ທ່ານບໍ່​ຕ້ອງວິ​ຕົກ
​ກັງ​ວົນ​ວ່າ​ຈະ​ຕິດ​ເຊື້ອໂຄວິດ-19.

ຂ້ອຍ ຄວນ ສັກ ວັກ ຊີນ ປ້ອງ ກັນໂຄວິດ-19 ບໍ?

ພວກ​ເຮົາ​ຂໍແນະ​ນຳ​ໃຫ້​ທຸກ​ຄົນ​ທີ່​ມີສິດ​ໄດ້​ຮັບ​ວັກ​​ຊີນ. ໃຜ​ກໍ​ຕາມ​ທີ່​ມີ​ອາ​ຍຸ 12 ປີ ຫຼື ສູງກວ່ານັ້ນ​ສາ​ມາດຮັບ​ວັກ​ຊີນ​ໄດ້​ໃນ​ສະ​ຫະ​ລັດ​ອາ​ເມຣິກາ.​ ກວດ​ເບິ່ງ​ເປັນ​ປະ​ຈຳ​ກັບ​ໜ່ວຍ​ງານ​ສາ​ທາ​ລະ​ນະ​ສຸກ​ໃນ​ພື້ນ​ທີ່​ຂອງ​ທ່ານ ຫຼື ສູນ​ຄວບ​ຄຸມ ແລະ
ປ້ອງ​ກັນ​ໂລກ (Centers for Disease Control and Prevention : CDC) ເພື່ອ​ຮັບ​ຂໍ້​ມູນ​ອັບ​ເດດຫຼ້າ​ສຸດ.
ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ທ່ານ​ຄວນ​ສອບ​ຖາມ​ທ່ານ​ໝໍ​ກ່ອນ​ຖ້າ​ທ່ານ​ກຳ​ລັ​ງ​ຖື​ພາ ແລະ ບໍ່​ຄວນ​ສັກ​ວັກ​ຊີນ​ຖ້າ​ທ່ານ​ເຄີຍ​ມີ
​ອາ​ການ​ແພ້​ສ່ວນ​ປະ​ສົມ​ໃນ​ວັກ​ຊີນ​ຢ່າງ​ຮຸນ​ແຮງ. ສອບ​ຖາມ​ທ່ານ​ໝໍ​ກ່ອນ​ຖ້າ​ທ່ານ​ເຄີຍ​ມີ​ປະ​ຫວັດ​ອາ​ການ​ແພ້ ຫຼື
ມີ​ຄຳ​ຖາມ.

ວັກ ຊີນປ້ອງ ກັນໂຄວິດ-19 ມີ ຄວາມ ປອດ ໄພ ຫຼື ບໍ່?

ມີ. ສຳ​ນັກ​ງານ​ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ອາ​ຫານ ແລະ ຢາ​ຂອງ​ສະ​ຫະ​ລັດ​ອາ​ເມ​ລິ​ກາ (FDA) ຈະ​ອະ​ນຸ​ມັດ​ວັກ​ຊີນ
ຫຼັງ​ຈາກ​ເຫັນ​ວ່າ​ມີ​ຄວາມ​ປອດ​ໄພ ແລະ ມີ​ປະ​ສິດ​ທິ​ພາບ​ເທົ່າ​ນັ້ນ. ເພື່ອ​ໃຫ້​ວັກ​ຊີນ​ໄດ້​ຮັບ​ການ​ອະ​ນຸ​ມັດ ນັກ​ວິ​ທະ​ຍາ​ສາດ​ຈະ​ເຮັດການ​ທົດ​ສອບ​ວັກ​ຊີນ​ໃໝ່​ແຕ່​ລະ​ຕົວ​ກັບ​ຄົນ​ຈຳ​ນວນຫຼາຍ​ເພື່ອ​ຮັບ​ປະ​ກັນ​ວ່າ​ມີ​ຄວາມ​ປອດ​ໄພ ແລະ ມີ​ປະ​ສິດ
​ທິ​ພາບ.
ມີ​ຊາວ​ອາ​ເມ​ລິ​ກາຫຼາຍກວ່າ 40.000 ຄົນ ເຂົ້າ​ຮັບ​ການ​ທົດ​ລອງວັກ​ຊີນ Pfizer, 30.000 ຄົນ​ເຂົ້າ​ຮັບ​ການ​ທົດ​ລອງວັກ​ຊີນ Moderna ແລະ 39,000 ຄົນ​ເຂົ້າ​ຮັບ​ການ​ທົດ​ລອງວັກ​ຊີນ Johnson & Johnson’s Janssen ຜົນ​ການ​ທົດ​ລອງເຫຼົ່ານີ້​ສະ​ແດງ​ໃຫ້​ເຫັນ​ວ່າ​ວັກ​ຊີນ​ມີ​ຄວາມ​ປອດ​ໄພ ແລະ ມີ​ປະ​ສິດ​ທິ​ພາບ. ດ້ວຍ​ເຫດນີ້, ສຳ​ນັກ​ງານ​ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ອາ​ຫານ ແລະ ຢາ​ຂອງ​ສະ​ຫະ​ລັດ​ອາ​ເມ​ລິກາ (FDA) ຈຶ່ງ​ໄດ້​ອະ​​ນຸ​ມັດ​ວັກ​ຊີນ​ທີ່​ຜະ​ລິດ​ໂດຍ Pfizer, ​Moderna ແລະ Johnson & Johnson ເພື່ອ​ໃຊ້​ໃນ​ກໍ​ລະ​ນີ​ສຸກ​ເສີນ. ກຳ​ລັງ​ມີ​ການ​ພິ​ຈາ​ລະ​ນາ​ວັກ​ຊີນ​ເພີ່ມ​ເຕີມ​ເພື່ອ​ຂໍ​ອະ​ນຸ​ມັດ ແລະ ອາດ​ມີ​ການ​ນຳ​ໃຊ້​ໃນ​ອະ​ນາ​ຄົດ.

ຖ້າ ວັກ ຊີນ ໄດ້ ຮັບ ການ ອະ ນຸ ມັດ ຢ່າງວ່ອງ ໄວ, ມັນ ຈະ ມີ ຄວາມ ປອດ ໄພ ໄດ້ ແນວ ໃດ?

ຈະ​ມີ​ການ​ທົດ​ລອງວັກ​ຊີນ​ໃໝ່​ແຕ່​ລະ​ຊະ​ນິດ​ເພື່ອ​ໃຫ້​ມີຄວາມ​ປອດ​ໄພ ແລະ ​ມີປະ​ສິດ​ທິ​ພາບ. ນີ້​ຄື​ເລື່ອງ​ຈິງ​ສຳ​ລັບ
​ໂຄງ​ການ ປະ​ຕິ​ບັດ​ການ​ເລັ່ງ​ດ່ວນ (Operation Warp Speed) ເຊິ່ງ​ເລັ່ງເຮັດການ​ທົດ​ລອງວັກ​ຊີນ. ເຖິງ​​ແມ່ນ​ວ່າ ການ​ທົດ​ລອງ​ຈະ​ໄວ​ຂຶ້ນ ແຕ່​ວັກ​ຊີນກໍຕ້ອງຜ່ານ​ຂັ້ນ​ຕອນ​ການ​ທົດ​ລອງ​​ທີ່​ເປັນປົກ​ກະ​ຕິ​ທັງ​ໝົດ​ເພື່ອ​ຮັບ​ປະ​ກັນ​ວ່າ​ມີ​ຄວາມ​
ປອດ​ໄພ.
​ມີການ​ທົດ​ລອງວັກ​ຊີນຜ່ານ​ສາມ​ຂັ້ນ​ຕອນຫຼັກ (ຂັ້ນ​ຕອນ​ທີ 1, ຂັ້ນ​ຕອນ​ທີ 2, ຂັ້ນ​ຕອນ​ທີ 3 ການ​ທົດ​ລອງ​ທາງ​
ຄ​ລີ​ນິກ). ໃນ​ຂັ້ນ​ຕອນ​ທີ 1 ທ່ານ​ໝໍ​ຈະ​ສີດ​ວັກ​ຊີນ​ໃຫ້​ອາ​ສາ​ສະໝັກ. ງານ​ວິ​ໄຈ​ນີ້​ຈະ​ໃຫ້​ຂໍ້​ມູນ​ກ່ຽວ​ກັບ​ປະ​ລິ​ມານ​ວັກ​ຊີນ​ທີ່​ຕ້ອງ​​ສີດ ແລະ ແນວ​ຄິດ​ເບື້ອງ​​ຕົ້ນ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ຂອງວັກ​ຊີນ. ມີ​ຄົນ​ຈຳ​ນວນ​ໜ້ອຍ​ດຽວ​ເທົ່າ​ນັ້ນ​ທີ່​ສັກ
​ວັກ​ຊີນໃນ​ຂັ້ນ​ຕອນ​ທີ 1 ເພາະ​ວ່າ​ເປັນ​ວັກ​ຊີນ​ໃໝ່. ຖ້າ​ວັກ​ຊີນ​ມີ​ຄວາມ​ປອດ​ໄພ ກໍຈະ​ເຮັດການ​ທົດ​ລອງ​ເພີ່ມ​ເຕີມ​
ໃນ​ຂັ້ນ​ຕອນ​ທີ 2.
ໃນ​ຂັ້ນ​ຕອນ​ທີ 2, ຈະ​ເຮັດການ​ທົດ​ລອງວັກ​ຊີນ ເ​ພື່ອກວດ​ສອບ​ເບິ່ງວ່າ​ມັນໄດ້​ຮັບ​ຜົນ​ດີ​ປານ​ໃດ ແລະ ເພື່ອ​ຄົ້ນ​ຫາ​ຜົນ​ຂ້າງ​ຄຽງ. ຖ້າ​ວັກ​ຊີນ​ມີ​ຄວາມ​ປອດ​ໄພ​ ແລະ ມີ​ປະ​ສິດ​ທິ​ພາບດີ ກໍ່​ຈະ​ມີ​ການ​ສຶກ​ສາ​ຢ່າງ​ລະ​ອຽດ​ໃນ​ຂັ້ນ​ຕອນ​ທີ 3.
ໃນ​ຂັ້ນ​ຕອນ​ທີ 3, ຈະ​ມີ​ການ​ສັກ​ວັກ​ຊີນ​ໃຫ້​ກັບ​ຄົນຫຼາຍກວ່າ 30.000 ຄົນ​ ເພື່ອ​ໃຫ້​ໄດ້​ຂໍ້​ມູນ​ລາຍ​ລະ​ອຽດ​ເພີ່ມ​ເຕີມກ່ຽວ​ກັບ​ປະ​ສິດ​ທິ​ພາບ ແລະ ຄວາມ​ປອດ​ໄພຂອງວັກຊີນ​ໃນ​ຈຳ​ນວນ​ຄົນ​ທີ່ແຕກ​ຕ່າງ​ກັນ.
ປົກ​ກະ​ຕິ​ແລ້ວ, ທັງ​ສາມ​ຂັ້ນ​ຕອນນີ້​ຈະ​​ຕ້ອງໃຊ້​ເວ​ລາຫຼາຍ​ປີ ເພາະ​ວ່າ​ຕ້ອງ​ໃຊ້​ເວ​ລາ​ໃນ​ການ​ຈັດ​ຫາ​ເງິນ​ທຶນ​ເ​ພ​ື່ອເຮັດການ​​ທົດ​ລອງວັກ​ຊີນ, ຍື່ນ​ເອ​ກະ​ສານ ແລະ ຮັບ​ສະ​ໝັກ​ອາ​ສາ​ສະ​ໝັກ. ໂຄງ​ການປະ​ຕິ​ບັດ​ການ​ເລັ່ງ​ດ່ວນຈະ​ຊ່ວຍ​ເຮັດ​ໃຫ້​ການ​ຄົ້ນ​ຄວ້າ​ວິ​ໄຈ​ດຳ​ເນີນ​ໄປ​ໄດ້​ໄວ​ຂຶ້ນ​ດ້ວຍ​ການ​ໃຫ້​ເງິນ​ທຶນ ແລະ ເຮັດ​ໃຫ້​ການ​ຍື່ນ​ເອ​ກະ​ສານ​ໄວ​​ຂຶ້ນ. ດັ່ງ​ນັ້ນ, ວັກ​ຊີນ
ປ້ອງ​ກັນໂຄວິດ-19 ຈຶ່ງ​ໄດ້​ຮັບ​ການ​ທົດ​ລອງ​ໃນ​ສາມ​ຂັ້ນ​ຕອນ ແລະ ຜົນ​ປະ​ກົດ​ວ່າ​ມີ​ຄວາມ​ປອດ​ໄພ ແລະ ມີ​ປະ​ສິດ​ທິ​ພາບ​ດີ.

ຂ້ອຍ ສາ ມາດ ສັກ ວັກ ຊີນ ໄດ້ ເມື່ອ ໃດ? ຂ້ອຍ ສາ ມາດ ສັກ ວັກ ຊີນໄດ້ ແນວ ໃດ?

ໃນ​ແຕ່​ລະ​ລັດ, ເຂດ ແລະ ເມືອງ ຈະ​ມີ​ການ​ດຳ​ເນີນ​ການ​ສັກ​ວັກ​ຊີນ. ທ່ານ​ສາ​ມາດ​ສອບ​ຖາມ​ທ່ານ​ໝໍ, ນາຍ​ຈ້າງ ຫຼື ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ປະ​ຈຳ​ທ້ອງ​ຖິ່ນ​ທີ່​ທ່ານ​ອາ​ໄສ​ຢູ່. ສູນ​ຄວບ​ຄຸມ ແລະ ປ້ອງ​ກັນ​ໂລກ​ມີ​ເວັບໄຊ​ ເຊິ່ງ​ສາ​ມາດ​ຊ່ວຍ​ທ່ານ​ຄົ້ນ​ຫາພະ​ແນກ​ສາ​ທາ​ລະ​ນະ​ສຸກ​ປະ​ຈຳ​ທ້ອງ​ຖິ່ນ​ທີ່​ທ່ານ​ອາ​ໄສ​ຢູ່.

https://www.cdc.gov/coronavirus/2019-ncov/vaccines/index.html

ມີ ຂ່າວ ລື ແລະ ຄຳ ເລົ່າ ລື ຈຳ ນວນຫຼາຍ ກ່ຽວ ກັບ ວັກ ຊີນ. ຂ້ອຍ ສາ ມາດ ຂໍ ຂໍ້ ມູນ ຄວາມ ຈິງທີ່ ຖືກ ຕ້ອງໄດ້ ຢູ່ ໃສ?

ແຫຼ່ງ​ຂໍ້​ມູນ​ທີ່​ຖືກ​ຕ້ອງ​ທີ່​ສຸດ​ຄື​ທ່ານ​ໝໍຂອງທ່ານ ຫຼື ເວັບ​ໄຊ​ຂອງ​ໜ່ວຍ​ງານ​ດ້ານ​ສຸ​ຂະ​ພາບ​ຂອງ​ສະ​ຫະ​ລັດ​ອາ​ເມລິ​ກາ​ເຊັ່ນ: ສູນຄວບຄຸມ ແລະ ປ້ອງກັນໂລກ (CDC) ຫຼື ໜ່ວຍ​ງານ​ສາ​ທາ​ລະ​ນະ​ສຸກ​ຂອງ​ລັດ ຫຼື ເຂດ​ທ້ອງ​ຖິ່ນ.

ວັກ ຊີນ ຈະ ແຜ່ເຊື້ອໂຄວິດ-19 ສູ່ ຂ້ອຍບໍ?

ບໍ່. ​ວັກ​ຊີນ​ທີ່​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກສຳ​ນັກ​ງານ​ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ອາ​ຫານ ແລະ ຢາ​ຂອງ​ສະ​ຫະ​ລັດ
​ອາ​ເມລິ​ກາຈະບໍ່ແຜ່​ໂຄ​ໂຣ​ນ້າ​ໄວ​ຣັ​ສ (ຫຼື ​ທີ່​ຮູ້​ກັນ​ໃນ​ນາມໄວ​ຣັ​ສ​ໂຄ​ໂຣ​ນ້າ​ສາຍ​ພັນ​ກຸ່ມ​ອາ​ການ​ທາງ​ເດີນ​ຫາຍ​ໃຈ​
ສຽບ​ພັນ​​ຮຸນ​ແຮງ 2 (SARS-CoV2) ​ເນື່ອງ​ຈາກບໍ່​ມີ​ໄວ​ຣັ​ສ​ທີ​ມີ​ຊີ​ວິດ​ຢູ່ເຊິ່ງ​ເປັນ​ສາ​ເຫດ​ເຮັດ​ໃຫ້​ເກີດໂຄວິດ-19.

ວັກ ຊີນ ຈະ ຝັງ ໄມ ໂຄ ຣ ຊິບ ເຂົ້າ ໄປ ໃນ ຮ່າງ ກາຍ ຂອງ ຂ້ອຍບໍ? ວັກ ຊີນ ຈະ ເຮັດ ໃຫ້ ແທ້ງ ລູກ ຫຼື ເຮັດ ໃຫ້ ເປັນ ໝັນ ບໍ່? ມັນ ຈະ ປ່ຽນ ດີ ເອັນ ເອ ຂອງ ຂ້ອຍ ບໍ່?

ບໍ່. ແນວ​ຄວາມ​ຄິດນີ້​ບໍ່​ແມ່ນ​ຄວາມ​ຈິງ.

ຜົນ ຂ້າງ ຄຽງ ທີ່ມັກ ພົບ ໃນວັກ ຊີນປ້ອງ ກັນໂຄວິດ-19 ມີ ຫຍັງ ແດ່?

ວັກ​ຊີນ​ທີ່​ໄດ້​ຮັບ​ການ​ອະ​ນຸ​ມັດ ສາມາດເຮັດ​ໃຫ້​ເກີດ​ຜົນ​ຂ້າງ​ຄຽງ​ໄດ້​ໃນ​ບາງ​ຄົນ ເຊິ່ງ​ເປັນ​ເລື່ອງ​ປົກ​ກະ​ຕິ. ຜົນ​​ຂ້າງ​ຄຽງ​ທີ່ມັກ​ພົບ​ໄດ້​ແກ່:

  • ປວດບໍລິເວນທີ່ສັກວັກຊີນ ລວມທັງກ້າມເນື້ອ ແລະ ຂໍ້ຕໍ່ອື່ນໆ.
  • ເມື່ອຍເພຍ
  • ໄຂ້ເລັກໜ້ອຍ
  • ເຈັບຫົວ
  • ໜາວສັ່ນ
  • ປວດ​ຮາກ
  • ເຈັບ​ກ້າມ

ຜົນ​ຂ້າງ​ຄຽງ​ບໍ່​ຮຸນ​ແຮງ ແຕ່​ມັກ​ຈະ​ສັງ​ເກດ​ເຫັນ​ໄດ້​ຊັດ​ເຈນ​ຂຶ້ນຫຼັງ​ຈາກ​ສັກ​ວັກ​ຊີນ​ຄັ້ງ​ທີ​ສອງ. ຜົນ​ຂ້າງ​ຄຽງ​ສ່ວນ​ໃຫຍ່​ ຈະ​ເຊົາ​ເອງຫຼັງ​ຈາກ 1-2 ວັນ. ປຶກ​ສາກັບທ່ານໝໍຂອງທ່ານຖ້າວ່າອາການຂອງທ່ານບໍ່ດີຂຶ້ນ ຫຼື ບໍ່ຫາຍໄປພາຍໃນສອງສາມມື້.
ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ທ່ານ​ອາດ​ແພ້​ວັກ​ຊີນ. ຖ້າ​ທ່ານ​ມີ​ປະ​ຫວັດ​ການ​ແພ້​ວັກ​ຊີນ​ຄວນ​ປຶກ​ສາ​ທ່ານ​ໝໍ​ກ່ອນ​ສັກ​ວັກ​ຊີນ.

ຖ້າ ຂ້ອຍຕິດເຊື້ອໂຄວິດ-19 ແລ້ວ ຂ້ອຍ ຄວນ ສັກ ວັກ ຊີນ ອີກ ບໍ່?

ຄວນ. ທ່ານ​ໝໍ​ແນະ​ນຳ​ໃຫ້​ສັກ​ວັກ​ຊີນ​ເຖິງ​ແມ່ນ​ວ່າ​ທ່ານ​ຈະຕິດເຊື້ອໂຄວິດ-19 ແລ້ວກໍ​ຕາມ. ມີ​ລາຍ​ງານ​ວ່າ​ ມີ​ບາງ​ຄົນ​ທີ່​ເຄີຍປ່ວຍ​ຈາກການຕິດເຊື້ອໂຄວິດ-19 ແລະ ກັບ​ມາ​ປ່ວຍຍ້ອນ​ການຕິດເຊື້ອໂຄວິດ-19 ອີກ​ຄັ້ງ.

ຖ້າ ຂ້ອຍ ກຳ ລັງ ຖື ພາ ຫຼື ໃຫ້ ນົມ ລູກ ຂ້ອຍ ຄວນ ສັກ ວັກ ຊີນປ້ອງ ກັນ ໂຄວິດ-19 ບໍ່?

ອາດ​ຈະ. ປະ​ຈຸ​ບັນ​ນີ້​ເບິ່ງ​ຄື​ວ່າ​ວັກ​ຊີນ​ຈະ​ມີ​ຄວາມ​ປອດ​ໄພ​ຕໍ່​ແມ່​ຍິງ​ຖື​ພາ ແຕ່ກໍ່ບໍ່​ຮູ້​ແນ່ນອນ. ເຖິງ​ແມ່ນ​ວ່າ​ພວກ​ເຮົາ ​ອາດ​ຈະ​ຮູ້​ໃນ​ອະ​ນາ​ຄົດ ແຕ່ກໍ່ຍັງ​ບໍ່​ມີ​ງານ​ວິ​ໄຈ​ພຽງ​ພໍ.
ປຶກ​ສາ​ນຳ​ທ່ານ​ໝໍຂອງທ່ານ. ​ທັງ​ສູນ​ຄວບ​ຄຸມ ແລະ ປ້ອງ​ກັນ​ໂລກ (CDC) ແລະ ມະ​ຫາ​ວິ​ທະ​ຍາ​ໄລ​ສູ​ຕິ​ນາ​ລີ​ແພດ ແລະ ນາ​ລີ​ແພດ​ອາ​ເມ​ລິກາ​ກ່າວ​ວ່າ​ມັນ​ເປັນ​ທາງ​ເລືອກ​ສ່ວນ​ບຸກ​ຄົນ. ທ່ານ​ສາ​ມາດ​ເຂົ້າ​ໄປ​ທີ່​ເວັບ​ໄ​ຊ ​ເພື່ອ​ຊ​ອກ​ຫາ​ຂໍ້​ມູນ ​ເພີ່ມ​ເຕີມ.

https://www.cdc.gov/coronavirus/2019-ncov/vaccines/recommendations/pregnancy.html

https://www.acog.org/covid-19/covid-19-vaccines-and-pregnancy-conversation-guide-for-clinicians

ວັກ ຊີນ ມີ ປະ ສິດ ທິ ພາບຫຼາຍ ປານ ໃດ?

ວັກ​ຊີນ​ທີ່​ພັດ​ທະ​ນາ​ໂດຍ​ Moderna ແລະ Pfizer ມີ​ປະ​ສິ​ທິ​ພາບ​ປະ​ມານ 95% ໃນ​ການ​ປ້ອງ​ກັນ​ບໍ່​ໃຫ້​ຄົນ​ປ່ວຍຈາກການຕິດເຊື້ອໂຄວິດ-19. ຖ້າ​ທ່ານ​ສັກ​ວັກ​ຊີນນັ້ນ​ໝາຍ​ຄວາມ​ວ່າ​​ໂອ​ກາດ​ທີ່​​ທ່ານຈະ​ຕິດເຊື້ອໂຄວິດ-19 ນັ້ນ ​ຫຼຸດ​ລົງປະ​ມານ 95% ຫຼາຍກວ່າ​ຖ້າ​ທ່ານບໍ່​ເຄີຍ​ສັກ​ວັກ​ຊີນ. ວັກ​ຊີນ​ຂອງ Johnson & Johnson ມີ​ປະ​ສິດ​ທິ​ພາບ 66% ເຊິ່ງ​ຍັງ​ມີ​ປະ​ສິດ​ທິ​ພາບຫຼາຍ. ສຳລັບການປຽບທຽບກັນ, ວັກ​ຊີນ​ປ້ອງ​ກັນ​ໄຂ້​ຫວັດ​ໃຫຍ່ມັກມີປະສິດທິພາບ 40-60%. ​
ຍັງ​ມີ​ໂອ​ກາດໜ້ອຍ​ໜຶ່ງ​ທີ່​ທ່ານ​ຈະ​ຕິດເຊື້ອໂຄວິດ -19 ເຖິງ​ແມ່ນ​ວ່າ​ທ່ານ​ໄດ້​ສັກ​ວັກ​ຊີນ​ແລ້ວກໍ​ຕາມ​. ແຕ່​ທ່ານ​ຄວນ​ຮັບວັກ​ຊີນ​ ເພາະມັນ​ຈະ​ຊ່ວຍຫຼຸດ​ໂອ​ກາດ​ໃນ​ການ​ເຂົ້າ​ຮັບ​ການ​ຮັກ​ສາ​ໃນ​ໂຮງ​ໝໍ ຫຼື ເສຍ​ຊີ​ວິດ​ຈາກ​ພະ​ຍາດ​ໂຄວິດ-19 ໄດ້ຫຼາຍ.
ທ່ານ​ຄວນ​ສວມໃສ່​ໜ້າ​ກາກ​ອະ​ນາ​ໄມ, ລ້າງ​ມື​ເປັນ​ປະ​ຈຳ ແລະ ປະ​ຕິ​ບັດ​ການ​ເວັ້ນ​ໄລ​ຍະ​ຫ່າງ​ທາງ​ສັງ​ຄົມ​ຕາມການແນະນຳພາຍໃຕ້ຄຳແນະນຳຫຼ້າສຸດທີ່ກຳນົດອອກໂດຍ ສູນ​ຄວບ​ຄຸມ ແລະ ປ້ອງ​ກັນ​ໂລກ (Centers for Disease Control and Prevention : CDC).

ລູກຂອງຂ້ອຍ ( ອາ ຍຸ ຕ່ຳ ກວ່າ 12 ປີ) ສາ ມາດ ສັກ ວັກ ຊີນ ໄດ້ບໍ?

ນັກວິທະຍາສາດກຳລັງສຶກສາຄວາມປອດໄພ ແລະ ປະສິດຕິຜົນຂອງຢາວັກຊີນສຳລັບເດັກນ້ອຍໃນ​ຕອນນີ້. ກວດເບິ່ງເປັນປະ​ຈຳກັບໜ່ວຍງານສາທາລະນະສຸກໃນທ້ອງຖິ່ນຂອງທ່ານ ຫຼື ສູນຄວບຄຸມ ແລະ ປ້ອງກັນໂລກ (Centers for Disease Control and Prevention : CDC) ສຳລັບຂໍ້ມູນໃໝ່ຫຼ້າສຸດ.

ມີ ວັກ ຊີນໃດ ແດ່ຢູ່ ໃນ ສະ ຫະ ລັດ ອາ ເມຣິ ກາ?

ໃນ​ຕອນນີ້, ມີ​ວັກ​ຊີນ​ປ້ອງ​ກັນ​ໂຄວິດ-19 ສາມ​ຊະ​ນິດ​ໃນ​ສະ​ຫະ​ລັດ​ອາ​ເມ​ຣິກາ. ພວກມັນຖືກຜະ​ລິດ​ໂດຍ​ Pfizer BioNTech, Moderna ແລະ Johnson & Johnson/Janssen.

ຕອນນີ້ ຂ້ອຍ ໄດ້ ສັກ ວັກ ຊີນ ແລ້ວ ຈະ ເຮັດ ຫຍັງ ໄດ້ ຢ່າງ ປອດ ໄພ?

ທ່ານ​ຕ້ອງ​ລໍ​ຖ້າ​ເປັນ​ເວ​ລາ 2 ອາ​ທິດຫຼັງ​ຈາກການ​ສັກ​ວັກ​ຊີນ​ຄັ້ງ​ສຸດ​ທ້າຍຂອງທ່ານ ​ກ່ອນທີ່ທ່ານຈະຖືກພິຈາລະນາ​ວ່າ “ໄດ້​ຮັບ​ວັກ​ຊີນ​ຄົບຖ້ວນ”. ສຳ​ລັບ​ວັກ​ຊີນ Moderna ແລະ Pfizer, ທ່ານ​ຈະ​ໄດ້​ຮັບ​ວັກ​ຊີນຄົບຖ້ວນ 2 ອາ​ທິດ ຫຼັງ​ຈາກ​ການສັກ​ຄັ້ງ​ທີ​ສອງຂອງທ່ານ. ສຳ​ລັບ​ວັກ​ຊີນ Johnson & Johnson, ທ່ານ​ຈະ​ໄດ້​ຮັບວັກຊີນຄົບຖ້ວນ 2 ອາ​ທິດຫຼັງ​ຈາກ​ການ​ສັກ​ຄັ້ງ​ທຳ​ອິດ (ແລະ ຄັ້ງ​ດຽວ) ຂອງ​ທ່ານ.
ຖ້າ​ທ່ານ​ໄດ້​ຮັບ​ວັກ​ຊີນ​ຄົບ​ຖ້ວນ, ທ່ານ​ສາ​ມາດ​ເຮັດ​ສິ່ງ​ຕ່າງໆ​ໄດ້​ເຊັ່ນ:

  • ຢູ່​ໃນ​ຕຶກອາຄານກັບ​ຜູ້ຄົນອື່ນໆ​ອີກຈຳນວນໜຶ່ງທີ່​ໄດ້​ຮັບ​ວັກ​ຊີນ​ຄົບ​ຖ້ວນ. ທ່ານ​ສາ​ມາດ​ຢູ່​ໃກ້ກັນຕໍ່າກວ່າ 6 ຟຸດ. ທ່ານບໍ່​ຈຳ​ເປັນ​ຕ້ອງສວມ​ໃສ່​ໜ້າ​ກາກອະນາໄມ.
  • ຢູ່​ໃນ​ຕຶກອາຄານກັບ​​ຄົນ​ທີ່ຍັງບໍ່ໄດ້ຮັບວັກຊີນຈາກຄົວເຮືອນອື່ນໆ​. ທ່ານ​ສາ​ມາດ​ຢູ່​ໃກ້​ກັນ​ຕໍ່າກວ່າ 6 ຟຸດ ແລະ ບໍ່​ຈຳ​ເປັນ​ຕ້ອງ​ສວມໃສ່​ໜ້າ​ກາກອະ​ນາ​ໄມ. ​ຂໍ້​ຍົກ​ເວັ້ນ​ຄື ​ຄົນ​ເຫຼົ່າ​ນັ້ນ​ມີ​ບັນ​ຫາ​ສຸ​ຂະ​ພາບ​ທີ່​ເຮັດ​ໃຫ້​ພວກ​ເຂົາ​ມີ​ແນວ​ໂນ້ມ​ທີ່​ຈະ​ປ່ວຍໜັກ​ຈາກໂຄວິດ-19. ໃນ​ກໍ​ລະ​ນີນັ້ນ, ທ່ານ​ຄວນ​ສວມໃສ່​ໜ້າ​ກາກ​ອະ​ນາ​ໄມ ແລະ ປະ​ຕິ​ບັດ​ການ​ເວັ້ນ​ໄລ​ຍະ​ຫ່າງ​ທາງ​ສັງ​ຄົມ​ເພື່ອ​ໃຫ້ພວກເຂົາ​ປອດ​ໄພ ເຖິງ​ແມ່ນ​ວ່າ​ທ່ານ​ໄດ້​ຮັບ​ວັກ​ຊີນ​ແລ້ວກໍ່​ຕາ​ມ.
  • ຢູ່​ນອກສະຖານທີ່ໂດຍບໍ່​ໃສ່​ໜ້າ​ກາກ​ອະ​ນາ​ໄມ ນອກ​ຈາກວ່າ​ຈະ​ມີ​ຄົນ​ໜາ​ແໜ້ນຫຼາຍ. ຖ້າ​ມີ​ຄົ​ນ​ໜາ​ແໜ້ນ, ​ກະ​ລຸ​ນາ​ສວມໃສ່​ໜ້າ​ກາກ​ອະ​ນາ​ໄມ ແລ​ະ ພະ​ຍາ​ຍາມ​ຢູ່​ຫ່າງ​ຈາກ​ຄົນ​ອື່ນ 6 ຟຸດ.

ເຖິງ​ແມ່ນ​ວ່າທ່ານ​ຈະ​ໄດ້​ຮັບ​ວັກ​ຊີນແລ້ວກໍ່​ຕາມ, ທ່ານ​ຄວນ​ຫຼີກລ່ຽງກຸ່ມ​ຄົນ​ຈຳ​ນວນຫຼາຍ ໂດຍສະເພາະເມື່ອຢູ່ໃນຕຶກອາຄານ.
ສຳ​ລັບ​ຂໍ້​ມູນເພີ່ມເຕີມ, ໃຫ້ໄປທີ່: https://www.cdc.gov/coronavirus/2019-ncov/vaccines/fully-vaccinated.html

ຜົນກະທົບໃນໄລຍະຍາວຂອງເຊື້ອໄວຣັສໂຄວິດ-19 ມີຫຍັງແດ່?

ໂຄວິດ-19 ສາມາດ​ເຮັດ​ໃຫ້​ເກີດ​ປັນ​ຫາ​ໄດ້ ເຖິງ​ແມ່ນ​ວ່າ​ທ່ານ​ຈະ​ເຊົາ​ຈາກ​ການຕິດເຊື້ອ​ແລ້ວກໍ່​ຕາມ. ບັນ​ຫາ​ໄລ​ຍະ​ຍາວເຫຼົ່ານີ້ປະກອບມີ:

  • ເມື່ອຍລ້າ
  • ຫາຍ​ໃຈ​ຖີ່ ຫຼື ຫາຍ​ໃຈ​ລຳ​ບາກ
  • ໄອ
  • ປວດ​ຂໍ້
  • ເຈັບ​ໜ້າ​ເອິກ
  • ບັນ​ຫາ​ກ່ຽວ​ກັບ​ຄວາມ​ຈຳ, ສະ​ມາ​ທິ ຫຼື ການນອນຫຼັບ
  • ປວດ​ກ້ານ​ເນື້ອ ຫຼື ປວດ​ຫົວ
  • ຫົວ​ໃຈ​ເຕັ້ນ​ໄວ ຫຼື ເຕັ້ນ​ແຮງ
  • ບໍ່​ຮູ້​ກິ່ນ ຫຼື ລົດ​ຊາດ
  • ອາ​ການ​ຊຶມ​ເສົ້າ ຫຼື ວິ​ຕົກ​ກັງ​ວົນ
  • ໄຂ້
  • ວິນ​ຫົວ​ເມື່ອ​ທ່ານລຸກ​ຂຶ້ນ​ຢືນ

ເຖິງ​ແມ່ນ​ວ່າ​ອາ​ການ​ໄລ​ຍະ​ຍາວ​ຈະ​ບໍ່​ມັກເກີດ​ຂຶ້ນ, ພວກມັນກໍ່​ສາ​ມາດ​ສົ່ງ​ຜົນ​ກະ​ທົບ​ຕໍ່​ຄົນ​ທີ່​ມີ​ສຸ​ຂະ​ພາບ​ແຂງ​ແຮງ ແລະ ສາມາດ​ສົ່ງ​ຜົນ​ກະ​ທົບ​ຕໍ່​ຜູ້​ທີ່​ມີ​ອາ​ການບໍ່​ຮຸນ​ແຮງ ຫຼື ບໍ່ມີ​ເລີຍຈາກ​ໂຄວິດ-19. ການຫຼີກ​ລ້ຽງ​ຄວາມ​ສ່ຽງ​ນີ້​ເປັນ​ເຫດ ​ຜົນ​ສຳ​ຄັນ​ໃນ​ການຮັບ​ວັກ​ຊີນ.

ຜູ້ໃດຖືກລວມເຂົ້າໃນການທົດລອງທາງດ້ານຄລີນິກ ແດ່?

ການ​ທົດ​ລອງ​ທາງ​ຄ​ລີ​ນິກ​ຂອງ​ໂຄວິດ-19 ປະ​ກອບ​ມີຜູ້​ຄົນ​ທຸກ​ເຊື້ອ​ຊາດ ແລະ ຊາດ​ພັນ ແລະ ພົບ​ວ່າ​ວັກ​ຊີນ​ມີ​ຄວາມ​ປອດ​ໄພ ແລະ ມີ​ປະ​ສິດ​ທິ​ຜົນ​ສຳ​ລັບ​ຜູ້​ຄົນທຸກ​ພູມຫຼັງ.

ຂ້ອຍສາມາດຊອກຫາຄຳຕອບຂອງຄຳຖາມອື່ນໆກ່ຽວກັບວັກຊີນໄດ້ຢູ່ໃສ?

ທ່ານສາມາດກວດເບິ່ງໄດ້ທີ່ເວັບໄຊຂອງສູນຄວບຄຸມ ແລະ ປ້ອງກັນໂລກໄດ້ທີ່ນີ້:

https://www.cdc.gov/coronavirus/2019-ncov/vaccines/8-things.html

https://www.cdc.gov/coronavirus/2019-ncov/vaccines/facts.html




 

PDF file of resource titled: . No Health Insurance? Need COVID-19 Services? ບ ໍ ໍ່ ມປະກ ີ ນສຸຂະພາບບ ັ ? ໍ ຕອງການການບ ້ ລ ໍ ການພະຍາດ ິ COVID-19 ບ?ໍ
No Health Insurance? Need COVID-19 Services?
An informative flyer from the Health Resources and Services Administration about free COVID-19 testing, treatment, and vaccines available for people without health insurance.
[View Laotian | ພາສາລາວ Version]  [View English Version]
Topic: How to Be Safe
Source: Hawaii State Department of Health

Website link of resource titled: . Prevaccination Checklist for COVID-19 Vaccines ລາຍການກວດການສັກວັກຊີນກ່ອນໜ້າສຳລັບວັກຊີນ COVID-19
Prevaccination Checklist for COVID-19 Vaccines
COVID-19 vaccination screening questions approved by the CDC.
[View Laotian | ພາສາລາວ Version]  [View English Version]
Topic: How to Be Safe
Source: Hawaii State Department of Health

PDF file of resource titled: . Vaccines to Help Fight Against the COVID-19 Pandemic ຢາວັວັກກ ັ ຊີນ ີີ ເພື່່ ພື່່ ອ ຊ່່ວຍໃນ ຊ່່ ການຕໍ່່ ຕໍ່່ ສູ້້ຕ້້ ສູ້້ ານຕ້້ ການລະບາດຂອງ ພະຍາດ COVID-19
Vaccines to Help Fight Against the COVID-19 Pandemic
A brochure about the COVID-19 vaccine and the importance of receiving the COVID-19 vaccine.
[View Laotian | ພາສາລາວ Version]  [View English Version]
Topic: How to Be Safe
Source: Hawaii State Department of Health

PDF file of resource titled: . DOH Vaccine FAQ – English DOH Vaccine FAQ – Laotian
DOH Vaccine FAQ – English
A list of frequently asked questions about the vaccine.
[View Laotian | ພາສາລາວ Version]  [View English Version]
Topic: How to Be Safe
Source: Hawaii State Department of Health

PDF file of resource titled: . Prevent the Spread of COVID-19 ປອ້ ງການການແຜລ່ີ ະບາດ ຂອງພະຍາດ COVID-19
Prevent the Spread of COVID-19
Infographic on how to identify COVID-19 symptoms, and how to prevent the spread of COVID-19
[View Laotian | ພາສາລາວ Version]  [View English Version]
Topic: How to Be Safe
Source: Minnesota State Department of Health

PDF file of resource titled: . Preparing for COVID-19 ການກຽມພອ້ ມສາໍ ລບັ COVID-19
Preparing for COVID-19
Infographic on how to prepare for COVID-19.
[View Laotian | ພາສາລາວ Version]  [View English Version]
Topic: Quick Facts
Source: Minnesota State Department of Health

PDF file of resource titled: . Coronavirus Disease 2019 (COVID-19) ພະຍາດໂຄໂຣນາໄວຣສັ 2019 (COVID-19)
Coronavirus Disease 2019 (COVID-19)
Factsheet about COVID-19.
[View Laotian | ພາສາລາວ Version]  [View English Version]
Topic: Quick Facts
Source: Minnesota State Department of Health

PDF file of resource titled: . What to Do While You Wait for a COVID-19 Test Result ສ່ງິ ທ່ີຕອ້ ງເຮັດໃນເວລາທ່ີທາ່ ນລໍຖາ້ ຜນົ ກວດໂຄວດິ -19
What to Do While You Wait for a COVID-19 Test Result
Infographic on what to do while you wait for your COVID-19 test results.
[View Laotian | ພາສາລາວ Version]  [View English Version]
Topic: Quick Facts
Source: Minnesota State Department of Health

PDF file of resource titled: . What To Do if You Have COVID-19 ສ່ງິ ທ່ີຈະຕອ້ ງເຮັດເມ່ອື ທາ່ ນມພີ ະຍາດ COVID-19
What To Do if You Have COVID-19
Infographic on what to do if you contract COVID-19.
[View Laotian | ພາສາລາວ Version]  [View English Version]
Topic: How to Be Safe
Source: Minnesota State Department of Health

PDF file of resource titled: . What to Do if You Have Had Close Contact With a Person With COVID-19 ສງທຈະຕອ້ ງເຮດເມອທາ່ ນໄດສ້ າຜດ ່ ໃກຊ້ ດິ ກບັ ຜທູ້ ີເປັນພະຍາດ COVID-19
What to Do if You Have Had Close Contact With a Person With COVID-19
Infographic on what to do if you came into contact with someone who has COVID-19.
[View Laotian | ພາສາລາວ Version]  [View English Version]
Topic: How to Be Safe
Source: Minnesota State Department of Health